ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບກູເວດ ​ໄດ້​ຮັບ​ລົດ​ຕັ້ງທີ່ຍົກສູງຄຸນ​ນະພາ​ບ​ໃໝ່


     ຫົວໜ້າເສນາທິການ ກອງທັບບົກກູເວດ ໄດ້ປະກາດວ່າ: ກອງທັບກູເວດ ໄດ້ຮັບລົດຕັງ M1A2K Abrams ທີ່ຍົກສູງດ້ານສະມັດຕະພາບຄັນທໍາ
ອິດຈາກ ສະຫະລັດ ອາເມຣິກາ, ແຕ່ບໍ່ໄດ້ເປີດເຜີຍຈໍານວນລະອຽດຮູ້ພຽງວ່າຈະມາທົດແທນລົດລຸ້ນເກົ່າຈໍານວນ 218 ຄັນ, ທີ່ປະຈໍາການໃນກອງທັບ
ປັດຈຸບັນ.

     ດ້ານໜ່ວຍງານຮ່ວມມື ກະຊວງປ້ອງກັນປະເທດ ສະຫະລັດ ກ່າວວ່າ: ໂຄງການປັບປຸງລົດຕັງ M1A2K Abrams ຈໍານວນ 218 ຄັນ ແລະ ການ
ເຝິກອົບຮົມໃຫ້ພະນັກງານຂອງ ກອງທັບກູເວດ ແມ່ນຢູ່ພາຍໃຕ້ງົບປະມານ 1,7 ຕື້ໂດລາ ສະຫະລັດ ຕາມການຮ້ອງຂໍຂອງກອງທັບກູເວດ. ເຊິ່ງແຕ່ລະ
ຄັນຈະໄດ້ຕິດຕັ້ງປືນຂະໜາດ 50 ມມ, ປືນກົນ 7,62 ມມ, ວິທະຍຸສື່ສານ, ກ້ອງສ່ອງທີ່ສາມາດເບິ່ງເຫັນໃນຍາມກາງຄືນ, ສະຖານີຄວບຄຸມໄລຍະໄກ,
ເກາະປ້ອງ ກັນລົດແບບພິເສດ, ປືນໃຫຍ່ຂະໜາດ 120 ມມ, ກ້ອງຊ່ວຍເລັງເປົ້າໝາຍດ້ວຍແສງອິນຟາເຣດ, ຂໍ້ມູນທາງເຕັກນິກ ແລະ ອຸປະກອນເຝິກ
ອົບຮົມອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/08/2021