ເອີຣົບ ພວມເຂົ້າສູ່ໄລຍະໃໝ່ຂອງການແຜ່ລະບາດ ພະຍາດໂຄວິດ-19
ທ່ານ ແຮນ ຄລຸກຈ໊ ຫົວໜ້າສຳນັກງານອົງການອະນາໄມໂລກຫຼື WHO ປະຈຳ ເອີຣົບ
ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 26 ມັງກອນ ນີ້ວ່າ: ທ່ານ ແຮນ ຄລຸກຈ໊ ຫົວໜ້າສຳນັກງານອົງການອະນາໄມໂລກ ຫຼື WHO ປະຈຳ ເອີຣົບ
ກ່າວຢືນຢັນວ່າ: ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງຕໍ່ເນື່ອງມາເປັນເວລາ 2 ປີ ແລ້ວ, ເອີຣົບ ພວມກ້າວເຂົ້າສູ່ໄລຍະໃໝ່ຍ້ອນເຊື້ອພະຍາດກາຍ ພັນ
ໂອມີຄຣອນ ມີການແຜ່ລະບາດຢ່າງວ່ອງໄວ. ເຊື້ອພະຍາດກາຍພັນໂອມີຄຣອນກຳລັງເຂົ້າມາແທນເຊື້ອພະຍາດກາຍພັນ ເດວຕາຢ່າງວ່ອງໄວແບບບໍ່ເຄີຍ
ມີມາກ່ອນ. ປັດຈຸບັນ, ອັດຕາການ ຕິດເຊື້ອກາຍພັນຊະນິດນີ້ກໍໄດ້ກວມຍອດຈຳນວນຜູ້ຕິດເຊື້ອ ໂຄວິດ-19 ໃນທົ່ວພາກພື້ນ ເອີຣົບ ເຖິງ 31,8%.
ທ່ານ ແຮນ ຄລຸກຈ໊ ກ່າວເນັ້ນວ່າ: ເຖິງວ່າອາການຕິດເຊື້ອພະຍາດກາຍພັນ ໂອມີຄຣອນ ມີອາການບໍ່ຮຸນແຮງ ເຊິ່ງໄດ້ເຮັດໃຫ້ສັງຄົມມີຄວາມຫວັງ
ວ່າຈະມີສະຖຽນລະພາບ ແລະ ສາມາດຟື້ນຟູຄືນ ເປັນປົກກະຕິໃນທ່າກາງວຽກງານຕ້ານພະຍາດຍັງບໍ່ທັນສຳເລັດເທື່ອ.
ໃນດ້ານການເຂົ້າເຖິງວັກຊີນປ້ອງກັນພະຍາດນັ້ນ, ຍັງຄົງມີຄວາມແຕກໂຕນກັນຢ່າງຫຼວງຫຼາຍ, ຖ້າວ່າປີ 2021 ເປັນປີຜະລິດວັກຊີນ, ປີ 2022 ກໍ
ຕ້ອງເປັນປີແຫ່ງຄວາມຍຸຕິທຳສຳລັບການແບ່ງປັນວັກຊີນ. ຜູ້ຄົນຈຳນວນຫຼາຍທີ່ຕ້ອງການວັກຊີນ ນັ້ນຍັງບໍ່ທັນໄດ້ສັກວັກຊີນເທື່ອ.
ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 27/01/2022