ກອງປະຊຸຸຸມຂັ້ນການນຳກະຊວງປ້ອງກັນປະເທດໃນເດືອນມັງກອນປີ 2022
ອີງຕາມການລາຍງານຂ່າວຂອງເວັບໄຊ້ກະຊວງປ້ອງກັນປະເທດ ຫວຽດນາມ (Bqp.vn) - ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 24 ມັງກອນນີ້, ຢູ່
ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກ ການທະຫານ ສູນກາງ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານກອງປະຊຸມ ການນຳ ກະຊວງປ້ອງກັນປະເທດ ທີ່ໄດ້ຈັດຂຶ້ນໃນ ເດືອນ ມັງກອນ ປີ 2022 ນີ້.
ເຂົ້າຮ່ວມກອງປະຊຸມມີ ທ່ານ ພົນໂທ ເລືອງ ເກື່ອງ, ກໍາມະການກົມການເມືອງກໍາມະການປະຈໍາຄະນະພັກ ການທະຫານ ສູນກາງ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ປະຊາຊົນ ຫວຽດນາມ; ທ່ານ ພົນໂທ ຫງວຽນ ເຕິນ ເກືອງ, ກໍາມະການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ,
ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍກຳມະການສູນກາງພັກ, ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ: ທ່ານ ພົນໂທ ຮ່ວາງ ຊວັນ ຈ້ຽນ, ທ່ານ ພົນໂທ ເລ ຮຸຍ ວີ້ງ, ທ່ານ ພົນໂທ ຫວູ ຫາຍ ສານ, ທ່ານ ພົນໂທ ຟ້າມ
ຮ່ວາຍ ນາມ.
ພາບບັນຍາກາດກອງປະຊຸມ.
ໃນກອງປະຊຸມຕີລາຄາ, ເດືອນມັງກອນ ປີ 2022, ຄະນະປະຈຳຄະນະ ກຳມະການການທະຫານ ສູນກາງ, ການນຳກະຊວງປ້ອງກັນປະເທດ ໄດ້ຊີ້ນຳທົ່ວ
ກອງທັບ ເພື່ອຜັນຂະຫຍາຍ ໄປພ້ອມໆກັບມີຄວາມເດັດຂາດ, ສຳເລັດໜ້າທີ່ການທະຫານ ແລະ ວຽກງານປ້ອງກັນຊາດ ຮ້ອບດ້ານ. ພົ້ນເດັ່ນແມ່ນ ທົ່ວ
ກອງທັບ ໃຫ້ຮັກສາລະບອບປະຈຳການ ກຽມພ້ອມສູ້ຮົບ, ແນໃສ່ເພື່ອກຳແໜ້ນສະພາບການ, ເປັນເຈົ້າການດ້ານວຽກງານພັກ, ລັດ ເພື່ອແກ້ໄຂສະຖານະ
ການຢ່າງທັນການ ແລະ ມີປະສິດທິຜົນ, ບໍ່ໃຫ້ຖືກທ່າຮັບ, ໂດຍບໍ່ຄາດຝັນ; ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງປ້ອງກັນຄວາມສະຫງົບຕາມເນື້ອໃນກອງ
ປະຊຸມວິສາມັນຄັ້ງທີ 1 ຂອງ ສະພາແຫ່ງຊາດຊຸດທີ 15; ຜັນຂະຫຍາຍກຳລັງ ແລະ ມາດຕະການ ໜູນຊ່ວຍບັນດາທ້ອງຖິ່ນ ໃນການປ້ອງກັນ ແລະ ຄວບ
ຄຸມ COVID-19.
ຄະນະກຳມະການ ການທະຫານ ສູນກາງ, ກະຊວງປ້ອງກັນປະເທດ ຍັງໄດ້ຊີ້ນຳບັນດາກົມກອງຢ່າງຕັ້ງໜ້າ ເພື່ອດຳເນີນການປັບປຸງ ການຈັດຕັ້ງ; ຮັບປະ
ກັນ ສຸດຂີດ ທາງດ້ານອາວຸດ ແລະ ອຸປະກອນສໍາລັບພາລະກິດຕ່າງໆ; ຈັດຕັ້ງການຝຶກອົບຮົມ, ກໍ່ສ້າງຢ່າງເຂັ້ມງວດ ແລະ ມີຄຸນນະພາບ, ເໝາະສົມກັບສະ
ພາບການແຜ່ລະບາດຂອງພະຍາດໂຄວິດ-19; ປະຕິບັດໜ້າທີ່ວຽກງານເປັນຢ່າງດີ ໃນການກະກຽມ ໃຫ້ແກ່ການຝຶກອົບຮົມ, ແກ້ໄຂຂໍ້ກຳນົດ ແລະ ການ
ເກນທະຫານໃໝ່ ປະຈຳປີ 2022; ຊຸກຍູ້ ແລະ ຍົກສູງ ຢ່າງມີປະສິດທິຜົນ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ວຽກງານການຕ່າງປະເທດ ປ້ອງກັນ
ຊາດ. ທົ່ວກອງທັບປະຕິບັດບັນດາໜ້າທີ່ວຽກງານພັກ, ວຽກງານການເມືອງເປັນຢ່າງດີ; ຍົກສູງບັນດາການເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ ແລະ
ແຂ່ງຂັນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ; ຈັດຕັ້ງການລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາກົມກອງ ແລະ ບັນດາເປົ້າໝາຍທີ່ຈະໄດ້ຮັບ
ນະໂຍບາຍຢ່າງທັນການ ແລະ ຮອບຄອບ; ກະກຽມໃຫ້ດີໃນທຸກດ້ານໃຫ້ແກ່ພະນັກງານ, ນັກຮົບ ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດໃນປີ 2022.
ການດຳລົງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງພະນັກງານນັກຮົບ; ຮັກສາໄດ້ສະຖຽນລະພາບ; ທາງດ້ານການເມືອງ, ອຸດົມການທົ່ວ
ກອງທັບໃຫ້ມີຄວາມໝັ້ນຄົງ, ຕັ້ງໜ້າແກ້ໄຂບັນຫາໃຫ້ມີປະສິດທິຜົນສູງ, ກຽມພ້ອມຍອມຮັບ ແລະ ເຮັດສຳເລັດທຸກໜ້າທີ່ໆໄດ້ຮັບມອບໝາຍ.
ໃນກອງປະຊຸມ, ບັນດາສະຫາຍການນຳກະຊວງປ້ອງກັນປະເທດ ໄດ້ປະກອບຄຳເຫັນ, ຢືນຢັນ ແລະ ລົງເລິກຂຶ້ນກ່ວາເກົ່າບັນດາໝາກຜົນທີ່ທົ່ວກອງ
ທັບ ບັນລຸ ໃນເດືອນມັງກອນ ແລະ ກຳນົດບັນດາເນື້ອໃນ ຈຸດສຸມທີ່ສຳຄັນ ຂອງການນຳ ໃນການຊີ້ນຳ ໃນເດືອນ ກຸມພາ ປີ 2022.
ທ່ານ ພົນເອກ ຟານ ວັນ ຢາງ ປະກອບຄຳເຫັນຊີ້ນຳກອງປະຊຸມ
ທ່ານ ພົນເອກ ຟານ ວັນ ຢາງ ໄດ້ກ່າວຄຳເຫັນຊີ້ນຳ ໃນກອງປະຊຸມ, ພ້ອມກັບຢືນຢັນໝາກຜົນການນຳພາ ແລະ ທິດຊີ້ນຳ ໃນເດືອນມັງກອນ, ເຊິ່ງ
ທ່ານໄດ້ເນັ້ນໜັກ ໃນເດືອນ ກຸມພາ ປີ 2022, ຄະນະປະຈຳຄະນະກຳມະການການທະຫານສູນກາງ, ກະຊວງປ້ອງກັນປະເທດຄວນສຸມໃສ່ດ້ານການຊີ້ນຳ
ໜ້າທີ່ວຽກງານຮ້ອບດ້ານ, ໃນນັ້ນໃຫ້ສຸມໃສ່ເນື້ອໃນສຳຄັນ ຈຳນວນໜຶ່ງຄື: ການນຳພາ, ຊີ້ນຳທົ່ວກອງທັບສືບຕໍ່ຮັກສາ ລະບອບປະຈຳການກຽມພ້ອມສູ້
ຮົບ, ແນໃສ່ຮັດແໜ້ນ ແລະ ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການ ໃນການແກ້ໄຂສະພາບການຢ່າງມີປະສິດທິຜົນທັນການຮັກສາຄວາມ
ປອດໄພ ເນື່ອງໃນໂອກາດບຸນປີໃໝ່ຢ່າງເດັດຂາດບໍ່ໃຫ້ຖືກທ່າຮັບໂດຍບໍຄາດຝັນ; ປະຕິບັດຕາມທິດຊີ້ນຳຂອງສູນກາງຢ່າງເຂັ້ມງວດ, ດຳເນີນການສະກັດ
ກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ; ຊີ້ນຳການຈັດຕັ້ງມອບ ແລະ ຮັບທະຫານໃນປີ 2022 ຢ່າງຫັດກຸມ, ເຂັ້ມແຂງ, ມີຄຸນນະພາບ
ແລະ ຄວາມປອດໄພ, ໃນນັ້ນໂດຍສະເພາະແມ່ນການປ້ອງກັນ ແລະ ຄວບຄຸມໂລກລະບາດ. ພ້ອມກັນນັ້ນ, ຕ້ອງຊີ້ນຳທົ່ວກອງທັບເປັນຢ່າງດີ ໃນການກະ
ກຽມ ແລະ ຜັນຂະຫຍາຍການຝຶກອົບຮົມ; ຮັກສາລະບອບປະຈຳການຊ່ວຍເຫຼືອ ແລະ ກູ້ໄພໃນທຸກລະດັບຢ່າງເຂັ້ມງວດ, ເອົາໃຈໃສ່ໃນການປ້ອງກັນ ແລະ
ຄວບຄຸມໄພພິບັດທຳມະຊາດ, ເອົາຊະນະເຫດການ, ຄົ້ນຫາ, ກູ້ໄພ; ເຜີຍແຜ່ຢ່າງຮັດກຸມວຽກງານໂຄສະນາ, ແຂ່ງຂັນ ແລະ ປ້ອງກັນວຽກງານການເມືອງ
ແນວຄິດພາຍໃນ, ຕັ້ງໜ້າຕໍ່ສູ້ຕ້ານກັບທັດສະນະທີ່ບໍ່ຖືກຕ້ອງ ແລະ ເປັນສັດຕູ; ຜັນຂະຫຍາຍບັນດາໂຄງການ ແລະ ແຜນການດ້ານວຽກງານການຕ່າງປະ
ເທດປ້ອງກັນຊາດ; ຊຸກຍູ້ການຮ່ວມມືສາກົນໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19; ການຮ່ວມມືດ້ານວຽກງານເສນາ
ຮັກ ກັບປະເທດຕ່າງໆ; ຮັບປະກັນວຽກງານພະລາທິການ, ແລະ ວຽກງານຮັບປະກັນ ໃຫ້ຄົບຖ້ວນເປັນຢ່າງດີ, ພ້ອມໆກັບວຽກງານຍຸດໂທ, ອຸປະກອນເຕັກ
ນິກສໍາລັບພາລະກິດດັ່ງກ່າວ.
ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 26/01/2022