ໂຈ ໄບເດັນ ຜູ້ນຳຄົນໃໝ່ສະຫະລັດ ຍົກເລີກນະໂຍບາຍເກົ່າ 15 ສະບັບ
ໂຈໄບເດນ ປະທານາທິບໍດີ ສະຫະລັດອາລິກາ
ສໍານັກຂ່າວ ເອພີ ລາຍງານໃນ ວັນທີ 21 ມັງກອນ 2021ວ່າ: ປະທານາທິບໍດີ ໂຈ ໄບເດັນ ໃຊ້ອໍານາດຝ່າຍບໍລິຫານລົງນາມໃນ ຄໍາສັ່ງ 15 ຄໍາ
ສັ່ງເມື່ອວັນພຸດທີ່ຜ່ານມາຕາມເວລາທ້ອງຖິ່ນ.
ໃນບັນດາຄໍາສັ່ງທີ່ ທ່ານ ໂຈ ໄບເດັນ ລົງນາມນັ້ນລວມທັງການສະໝັກກັບຄືນເຂົ້າເປັນສະມາຊິກ ອົງການອະນາໄມໂລກ ( WHO), ການກັບເຂົ້າ
ເປັນພາຄີຂໍ້ຕົກລົງ ປາຣີ. ທັງສັ່ງໃຫ້ໜ່ວຍງານລັດທຸກແຫ່ງຂອງ ສະຫະລັດ ຕ້ອງມີມາດຕະການຮັກສາໄລຍະຫ່າງທາງສັງຄົມ ພ້ອມທັງໃສ່ຜ້າອັດປາກ-ດັງ
ໃນເວລາປະຕິບັດໜ້າທີ່ເປັນ ເວລາ 100 ວັນ ແລະ ການຄວບຄຸມອໍານາດໃນການບໍລິຫານສະຖານະການ ໂຄວິດ-19 ໃຫ້ຢູ່ທີ່ໜ່ວຍງານກາງຂອງທໍາ
ນຽບຂາວ.
ນອກຈາກນັ້ນ, ຜູ້ນໍາ ສະຫະລັດ ຍັງສັ່ງຍົກເລີກໂຄງການ ກໍ່ສ້າງທໍ່ສົ່ງນໍ້າມັນຄີສະໂຕນ XL ທີ່ມີການວາງທໍ່ເຂົ້າສູ່ເຂດອະນຸລັກຫຼາຍແຫ່ງ ອັນສ້າງ
ຄວາມບໍ່ພໍໃຈຢ່າງໜັກ ມາດົນນັບທົດສະວັດໃຫ້ແກ່ກຸ່ມຊາດພັນໃນສະຫະລັດ, ການຍົກເລີກມາດຕະການຈໍາກັດວີຊ່າ ແລະ ການລະງັບເຂົ້າປະເທດຢ່າງ
ເຈາະຈົງ ທີ່ອະດີດປະທານາທິບໍດີ ໂດນັນ ທຣໍາ ບັງຄັບໃຊ້ສະເພາະກັບບາງປະເທດ ແລະ ການຢຸດຕິໂຄງການກໍ່ສ້າງກໍາແພງກັ້ນຊາຍແດນລະຫວ່າງ ສະຫະ
ລັດ ກັບແມັກຊິກໂກ ໂດຍໃຫ້ໃຊ້ລະບຽບເດີມທີ່ມີຢູ່ຕໍ່ໄປ.
ການເຄື່ອນໄຫວດັ່ງກ່າວ, ມີຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງພິທີສາບານຕົນເຂົ້າຮັບຕໍາແໜ່ງຜູ້ນໍາສະຫະລັດຄົນທີ 46 ຢ່າງເປັນທາງການ ແລະ
ສ້າງປະຫວັດສາດເປັນຜູ້ນໍາ ສະຫະລັດ ທີ່ເຂົ້າຮັບຕໍາແໜ່ງອາຍຸຫຼາຍທີ່ສຸດໃນໄວອາຍຸ 78 ປີ. ທັງນີ້, ໄບເດັນ ຍັງໄດ້ຮຽກຮ້ອງໃຫ້ມີຄວາມປອງດອງ ແລະ
ຄວາມສາມັກຄີ ກັນກັບທຸກພາກສ່ວນລວມທັງ ການຟື້ນຟູບ້ານເມືອງໃຫ້ກັບມາມີບົດບາດຍິ່ງໃຫຍ່ອີກຄັ້ງ.