
ກອງທັບແຊັກບີ ນຳສະເໜີລົດຕັງທີ່ຍົກລະດັບ

    
     ຕາມຂ່າວຈາກໜັງສືພິມ ກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ: ກອງທັບແຊັກບີ ໄດ້ນໍາສະເໜີລົດຕັງ (MBT) ລຸ້ນທີໄດ້ຮັບການຍົກລະດັບມາຈາກລົດຕັງ M-84
  AC1 ແລະ ໄດ້ນໍາສະເໜີໃນງານວາງສະແດງອຸປະກອນທາງການທະຫານທີ່ນະຄອນຫຼວງແບນກຣາດປະເທດແຊັກບີ. 
     ການຍົກລະດັບລົດຕັງລຸ້ນນີ້ ແມ່ນເພື່ອໃຫ້ມີບົດບາດການສູ້ຮົບ ເທົ່າທຽມກັບລົດຕັງ  ERO-19 ລຸ້ນ 3 ແລະ ລົດຕັງ T-90 ຂອງ  ຣັດເຊຍ ທີມີການຍົກລະດັບລະ
    ບົບຕ່າງໆ ພາຍໃນລົດດ້ວຍລະບົບເອເລັກໂຕຣນິກທີ່ມີຄວາມທັນສະໄໝສູງ ແລະ  ພາຍນອກຕົວລົດໃຫ້ມີລະບົບປ້ອງກັນຈາກການຄົ້ນຫາການໂຈມຕີຂອງຝ່າຍກົງ
  ກັນຂ້າມ.
     ໃນກອງປະຊຸມຄວາມໝັ້ນຄົງ ພາຍໃນປະເທດເມື່ອຕົ້ນເດືອນມີຖຸນາ  ເຈົ້າໜ້າທີ່ຂັ້ນສູງກະຊວງ ປ້ອງກັນປະເທດແຊັກບີ ໄດ້ຢັ້ງຢືນວ່າ: ລົດຕັງທີໄດ້ຮັບການຍົກລະດັບ
  ຈະຖືກນໍາເຂົ້າປະຈໍາການຄືນຢູ່ກອງທັບຕົນໃນທ້າຍປີ 2020 ແລະ ກອງທັບແຊັກບີ ຍັງມີແຜນຈະສືບຕໍ່ຍົກລະດັບລົດຕັງລຸ້ນ M-84 ຈໍາ ນວນ 232 ຄັນອີກໃນອະນາຄົດ.