ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ​ຄົນ​ຮ້າຍ​ໂຈມ​ຕີ 2 ຈຸດ ​ເຂດ​ພາກ​ເໜືອຂອງ ອັບ​ກາ​ນິດ​ສະຖານ


     ສໍານັກຂ່າວ ຊິນຮ່ວາ ລາຍງານ ເມື່ອວັນທີ 21 ກັນຍາ ໂດຍອີງຕາມການເປີດເຜີຍຂອງໂຄສົກ ລັດຖະບານ ອັບການິດສະຖານ ວ່າ: ເມື່ອວັນທີ 20 ກັນຍາ ກຸ່ມ ຕາ
ລີບັນ ໄດ້ເປີດສາກໂຈມຕີຄັ້ງໃຫຍ່ໃນເຂດ ຊູຮາດາ ແລະ ເຂດຄາດຂອງແຂວງ ບາຄັດຊານ, ເຊິ່ງຕັ້ງຢູ່ທາງພາກເໜືອຂອງປະເທດ ອັບການິດສະຖານ ແຕ່ຝ່າຍທະຫານຂອງ
ອັບການິດສະຖານ ສາມາດຄວບຄຸມສະຖານະການໄວ້ໄດ້ເຮັດໃຫ້ກຸ່ມດັ່ງກ່າວຕ້ອງຖອຍອອກໄປຈາກຈຸດເກີດເຫດ, ຕໍ່ເຫດການໂຈມຕີຄັ້ງດັ່ງກ່າວນັ້ນເຮັດໃຫ້ມີຜູ້ເສຍຊີ
ວິດທັງໝົດ 17 ຄົນ.

     ອີງຕາມເຈົ້າໜ້າທີ່ລະບຸວ່າ: ຜູ້ກໍ່ເຫດຄວາມບໍ່ສະຫງົບ 10 ຄົນ ເສຍຊີວິດຈາກການປະທະກັນກັບ ຝ່າຍເຈົ້າໜ້າທີ່ທີ່ເຂດ ຊູຮາດາ, ສ່ວນອີກ 7 ຄົນ ເສຍຊີວິດຈາກ
ການປະທະກັນໃນເຂດຄາດ. ພ້ອມນັ້ນ, ຍັງເຮັດໃຫ້ເຈົ້າໜ້າທີ່ ເສຍຊີວິດ 4 ຄົນ. ນອກນັ້ນຍັງເຮັດໃຫ້ຜູ້ກໍ່ການຮ້າຍ 10 ຄົນ ແລະ ເຈົ້າໜ້າທີ່ 6 ຄົນ ໄດ້ຮັບບາດເຈັບໃນ
ລະຫວ່າງການປະທະກັນ. ທັງນີ້, ກຸ່ມຕາລີບັນ ຍັງມີການກໍ່ເຫດຮຸນແຮງຫຼາຍຄັ້ງ ໃນທ່າມກາງການເຈລະຈາສັນຕິພາບລະຫວ່າງລັດຖະບານ ອັບການິດສະຖານ ແລະ ກຸ່ມ
ຕາລີບັນ ທີ່ນະຄອນຫຼວງ ໂດຮາ ປະເທດ ກາຕາ.