ພົນໂທຮວ່າງຊວັນຈ່ຽນໄດ້ໃຫ້ກຽດຕ້ອນຮັບທູດປ້ອງກັນຊາດສະຫະພັນ ລັດເຊຍປະຈຳຫວຽດນາມ
ອີງຕາມການລາຍງານຂ່າວ ຂອງເວັບໄຊ້ກະຊວງປ້ອງກັນປະເທດ ຫວຽດນາມ (Bqp.vn) - ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 19 ມັງກອນ, ຢູ່ສໍານັກງານກະ
ຊວງປ້ອງກັນປະເທດ, ທ່ານ ພົນໂທ ຮວ່າງ ຊວັນ ຈ່ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບທ່ານ ພັນ
ເອກພິເສດ Roman Boytsov, ທູດປ້ອງກັນຊາດ ແຫ່ງ ສະຫະພັນລັດເຊຍ ທີ່ໄດ້ອຳລາການສິ້ນສຸດການດຳລົງຕຳແໜ່ງ ຂອງຕົນ ແລະ ທ່ານ ພັນເອກພິ
ເສດ Govorov Alexey Arkadievich ເພື່ອຮັບເອົາການມອບໝາຍໜ້າທີ່ເປັນທູດປ້ອງກັນຊາດ ແຫ່ງສະຫະພັນລັດເຊຍ ປະຈຳ ຫວຽດນາມ.
ພາບບັນຍາກາດກອງປະຊຸມພົບປະ
ທ່ານ ພົນໂທ ຮວ່າງ ຊວັນ ຈ່ຽນ ຢືນຢັນວ່າ, ຫວຽດນາມ ແລະ ສະຫະພັນລັດເຊຍ ມີສາຍພົພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ, ການ
ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນຄວາມຮູ້ສຶກອັນດີງາມເຊິ່ງການນໍາ ແລະ ປະຊາຊົນສອງປະເທດ ຍາມໃດກໍ່ໃຫ້ຄວາມເຄົາຮົບ, ຮັກສາ
ໄວ້ ແລະ ພັດທະນາ ມາຈົນເຖິງທຸກມື້ນີ້. ທ່ານພົນໂທ ຮວ່າງ ຊວັນ ຈ່ຽນ ຍັງໃຫ້ຮູ້ວ່າ, ຜົນສຳເລັດຂອງການຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງ
ການ (ເດືອນ ທັນວາ 2021) ຂອງ ທ່ານ ປະທານປະເທດ ຫງວຽນ ຊວັນ ຟຸກ, ການໂອ້ລົມສົນທະນາ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ 2
ປະເທດ ໃນຂອບເຂດການຢ້ຽມຢາມ ໄດ້ປະກອບສ່ວນອັນສຳຄັນຍິ່ງຂຶ້ນ, ເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນການພົວ
ພັນດ້ານວຽກງານປ້ອງກັນຊາດມີບົດບາດສຳຄັນເປັນເສົາຄໍ້າ.
ທ່ານ ພົນໂທ ຮວ່າງ ຊວັນ ຈ່ຽນ ຢັ້ງຢືນວ່າ, ດ້ວຍປະຫວັດສາດອັນຍາວນານກວ່າ 70 ປີ, ແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດ
ນາມ ແລະ ສະຫະພັນ ລັດເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ຈາກການນໍາຂອງພັກ, ລັດ ແລະ ລັດຖະບານ 2 ປະເທດ. ໃນໄລຍະຜ່ານມາ,
ເຖິງວ່າຈະໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ແຕ່ການພົວພັນດ້ານປ້ອງກັນຊາດຂອງສອງປະເທດ ໄດ້ສືບຕໍ່ເປີດກວ້າງ ແລະ
ເລິກເຊິ່ງໃນຫຼາຍຂົງເຂດ, ພິເສດແມ່ນ: ການແລກປ່ຽນນະໂຍບາຍປ້ອງກັນຊາດ; ການເມືອງ ການທະຫານ; ການສຶກສາ; ການຮ່ວມມື ດ້ານການທະຫານ;
ການສະໜັບສະໜູນ ແລະ ການເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍຂອງສອງກະຊວງປ້ອງກັນປະເທດຈັດຕັ້ງ, ໃນນັ້ນມີງານກິລາການທະຫານສາກົນ
(Army Games); ການຄົ້ນຄວ້າວິທະຍາສາດ; ການຮ່ວມມືດ້ານເຕັກນິກການທະຫານ…
ທ່ານ ພົນໂທ ຮວ່າງ ຊວນ ຈຽນ ມອບຂອງທີ່ລະນຶກໃຫ້ ທ່ານ ພັນເອກພິເສດ Roman Boytsov
ໃນໄລຍະດຳລົງຕຳແໜ່ງຢູ່ຫວຽດນາມ, ທ່ານ ພົນໂທ ຮວ່າງ ຊວັນ ຈ່ຽນ ຫວັງວ່າ, ໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານ ພັກເອກ Roman Boytsov
ກໍ່ຍັງຈະຮັກສາຄວາມຮູ້ສຶກອັນດີງາມຕໍ່ປະເທດຊາດ, ຕໍ່ປະຊາຊົນ ຫວຽດນາມ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ
ເວົ້າລວມ ແລະ ສອງກະຊວງປ້ອງກັນປະເທດ ເວົ້າສະເພາະ, ກໍ່ແມ່ນການຕ້ອນຮັບພັນເອກພິເສດ Govorov Alexey Arkadievich ເຂົ້າຮັບຕຳແໜ່ງ
ເປັນທູດປ້ອງກັນຊາດ ແຫ່ງສະຫະພັນ ລັດເຊຍ ປະຈຳ ຫວຽດນາມ, ທ່ານ ພົນເອກ ຮ່ວາງ ຊວນ ຈ່ຽນ ຫວັງວ່າ ທ່ານ ພັນເອກພິເສດ Govorov Alexey
Arkadievich ຈະສືບຕໍ່ຊຸກຍູ້ບັນດາໝາກຜົນໃນໄລຍະຜ່ານມາ ແລະ ສົມທົບກັບບັນດາອົງການຈັດຕັ້ງຕ່າງໆຂອງຫວຽດນາມ ຢ່າງມີຕັ້ງໜ້າເພື່ອເຜີຍແຜ່
ເຊື່ອມຊຶມໃຫ້ປະກົດຜົນເປັນຈິງກັບບັນດາທິດທາງໃຫຍ່ໆ ແລະ ບຸລິມະສິດບັນດາເນື້ອໃນການຮ່ວມມືດ້ານປ້ອງກັນປະເທດ ໃນໄລຍະຈະມາເຖິງ ໂດຍລັດ
ຖະມົນຕີປ້ອງກັນປະເທດ 2 ປະເທດ ໄດ້ເຫັນດີ ເປັນເອກະສັນກັນ ທີ່ກອງປະຊຸມເມື່ອວັນທີ 1/12/2021.
ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 21/01/2022