ທ່ານ ພົນໂທ ຟ້າມ ຮວ່າຍ ນາມ ໃຫ້ການຕ້ອນຮັບ
ທ່ານ ເອກອັກຄະລັດຖະທູດ ໂປໂລຍ ປະຈໍາ ຫວຽດນາມ
ໃນຕອນບ່າຍວັນທີ 17 ມັງກອນນີ້, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຟ້າມ ຮວ່າຍ ນາມ, ກໍາມະການສູນກາງພັກ, ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Wojciech Gerwel ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ
ໂປໂລຍ ປະຈຳ ສສ ຫວຽດນາມ.
ທ່ານ ພົນໂທ ຟ້າມ ຮວ່າຍ ນາມ ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ Wojciech Gerwel.
ຢູ່ທີ່ການພົບປະ, ທ່ານ ພົນໂທ ຟ້າມ ຮວ່າຍ ນາມ ຢັ້ງຢືນວ່າ ຫວຽດນາມ ແລະ ໂປໂລຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມ
ມືຫຼາຍດ້ານ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ຫວຽດນາມ, ຍາມໃດກໍ່ລະນຶກເຖິງການຊ່ວຍເຫຼືອອັນລ້ຳຄ່າຂອງ ໂປໂລຍ ໃນສະໄໝສົງຄາມຕໍ່
ຕ້ານ ເພື່ອສັນຕິພາບ, ເອກະລາດ ກໍ່ຄືໃນການກໍ່ສ້າງ ແລະ ປ້ອງກັນຊາດ. ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງລັດຖະບານ
ໂປໂລຍ ໃນການປ້ອງກັນ ແລະ ຕ້ານພະຍາດລະບາດ ຂອງຫວຽດນາມ, ທ່ານ ພົນໂທ ຟ້າມ ຮ່ວາຍ ນາມ ເນັ້ນໜັກວ່າ ນີ້ແມ່ນການສືບຕໍ່ໂດຍແມ່ນການ
ຢັ້ງຢືນມູນເຊື້ອອັນດີງາມລະຫວ່າງລັດຖະບານ ແລະ ປະຊາຊົນ ຫວຽດ ນາມ ແລະ ໂປໂລຍ.
ທ່ານ ເອກອັກຄະລັດຖະທູດ Wojciech Gerwel ໃຫ້ຮູ້ວ່າ: ໃນປີ 2020, ຫວຽດນາມ ແລະ ໂປໂລຍ ໄດ້ສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງ
ຕັ້ງສາຍພົວພັນທາງການທູດ 2 ຝ່າຍ (1950 – 2020). “ໂປໂລຍ ຕ້ອງການທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນຫຼາຍຂົງເຂດ” -ທ່ານເອກ
ອັກຄະລັດຖະທູດ Gerwel ເນັ້ນໜັກວ່າ. ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາເຖິງການພົວພັນຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ 2 ປະເທດ ໃນຊຸມປີ
ມໍ່ໆມານີ້ ໂດຍໄດ້ສືບຕໍ່ສຸມໃສ່ການຊຸກຍູ້, ພິເສດ ແມ່ນນັບແຕ່ 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບ ການຮ່ວມມືດ້ານປ້ອງກັນຊາດ ຂອງ
ທັງສອງຝ່າຍ (ປີ 2010), ພົ້ນເດັ່ນກໍ່ຄືໃນຂົງເຂດຕ່າງໆ ເຊັ່ນ ການແລກປ່ຽນຄະນະຜູ້ແທນ, ກໍ່ສ້າງຊັບພະຍາກອນມະນຸດ ແລະ ອຸດສາຫະກຳປ້ອງກັນຊາດ. ແນວໃດກໍຕາມ, ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ປີ 2020 ໄດ້ມີການເຄື່ອນໄຫວຮ່ວມມືຫຼາຍດ້ານລະຫວ່າງສອງຝ່າຍທີ່ໄດ້ຖືກ
ເລື່ອນອອກໄປ.
2 ຝ່າຍເຫັນດີເປັນເອກະພາບກັນວ່າ, ໃນໄລຍະທີ່ຈະເຖິງນີ້ ໃຫ້ມີການສືບຕໍ່ຮ່ວມມືດ້ານປ້ອງກັນຊາດ ດ້ວຍຮູບການຜັນແປ, ເໝາະສົມກັບສະພາບ
ການແຜ່ລະບາດ, ສຸມໃສ່ໃນບັນດາຂົງເຂດຕ່າງໆຄື: ຮັກສາໄດ້ໃນການແລກປ່ຽນຄະນະຜູ້ແທນ; ຕິດຕໍ່ພົວພັນທຸກຂັ້ນ, ພິເສດແມ່ນຂັ້ນສູງໃນຮູບແບບທີ່
ເໝາະສົມ ແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນສະພາບການໃໝ່; ອຸດສາຫະກໍາປ້ອງກັນຊາດ; ກໍ່ສ້າງຊ່ຽວຊານ...ກ່ອນອື່ນ, ທັງ 2 ຝ່າຍ
ຈະໄດ້ຊຸກຍູ້ການແລກປ່ຽນ ແລະ ຮັບຮອງເອົາແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ໂປໂລຍ ໃນປີ 2022 ໂດຍໄວ.
ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 19/01/2022