ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ດ້ານວຽກງານປ້ອງກັນຊາດລະຫວ່າງ ລາວ ແລະຫວຽດນາມ
(bqp.vn) - ເນື່ອງໃນໂອກາດເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງສາທາລະ
ນະລັດປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ, ຕອນຄ່ຳວັນທີ 8 ມັງກອນນີ້, ຢູ່ທີ່ຮ່າໂນ້ຍ, ທ່ານ ພົນເອກ ຈັນ
ສະໝອນ ຈັນຍາລາດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນເທດລາວ ໄດ້ເຂົ້າຢ້ຽມ ທ່ານ ພົນ ເອກ ໂງ ຊວນ
ລິກ, ອະດີດກຳມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ.
ພາບບັນຍາກາດການພົບປະຕ້ອນຮັບ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ແຈ້ງໃຫ້ ທ່ານ ພົນເອກ ໂງ ຊວນ ລິກ ຊາບກ່ຽວກັບບາງສະພາບການຢູ່ລາວ, ແຜນການເຄື່ອນໄຫວຂອງ
ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ຢູ່ ຫວຽດນາມ ກໍ່ຄືໝາກຜົນການຮ່ວມມືດ້ານວຽກງານປ້ອງກັນຊາດ ຂອງທັງສອງຝ່າຍລະຫວ່າງ 2 ປະເທດ ໄລ
ຍະເມື່ອບໍ່ດົນຜ່ານມານີ້. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຂອບອົກຂອບໃຈພັກ, ລັດ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່
ໄດ້ໃຫ້ການສະໜັບສະໜູນລາວ ຢ່າງທັນການ ໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19. ເນື່ອງໃນໂອກາດປີໃໝ່ສາກົນ 2022 ແລະ ໂອກາດ
ບຸນປີໃໝ່ຫວຽດນາມທີ່ຈະມາເຖິງນີ້, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ອວຍພອນ ໃຫ້ ທ່ານພົນເອກ ໂງ ຊວນ ລິກ ພ້ອມດ້ວຍຄອບຄົວຈົ່ງມີ
ສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.
ພົນເອກ ໂງ ຊວນ ລິກ ແລະ ພົນເອກ ຈັນສະໝອນ ຈັນຍາລາດ.
ທ່ານ ພົນເອກ ໂງ ຊວນ ລິກ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາ
ເຂົ້າສູ່ລວງເລິກ, ແທດຈິງ, ເຊິ່ງແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນ ລາວ-ຫວຽດນາມ. ທ່ານ ພົນເອກ ໂງຊວນລິກ ໄດ້ຕີລາຄາສູງຕໍ່ກອງ
ທັບປະຊາຊົນລາວ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ບໍ່ວ່າຍາມໃດກໍ່ໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດ ລະ
ຫວ່າງສອງປະເທດ; ພ້ອມກັນນັ້ນເຊື່ອໝັ້ນວ່າ, ບໍ່ວ່າຈະປະສົບກັບຄວາມຫຍຸ້ງຍາກປານໃດກໍ່ຕາມ, ການຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງ
ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດຈະສືບຕໍ່ໄດ້ຮັບໝາກຜົນ; ການຮ່ວມມືດ້ານວຽກງານປ້ອງກັນຊາດຂອງທັງສອງຝ່າຍຈະນັບ
ມື້ນັບຮັດແໜ້ນຢ່າງແທ້ຈິງ ແລະ ມີປະສິດທິຜົນ.
ທ່ານ ພົນເອກ ໂງ ຊວນ ລິກ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ
ເນື່ອງໃນໂອກາດປີໃໝ່ 2022, ທ່ານ ພົນເອກ ໂງ ຊວນ ລິກ ໄດ້ອວຍພອນ ໃຫ້ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄອບຄົວ ແລະ ຝາກ
ຄຳຢ້ຽມຢາມຖາມຂ່າວຜ່ານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສົ່ງຄຳອວຍພອນ ມາຍັງບັນດາສະຫາຍການນຳ ແລະ ອະດີດການນຳກະຊວງປ້ອງກັນ
ປະເທດ ລາວ ຈົ່ງມີສຸຂະພາບ ເຂັ້ມແຂງ ມີຄວາມຜາສຸກ.
ແຫຼ່ງທີ່ມາ: ຮົ່ງຟາ - ຫງວຽນບັງ
ວັນທີ 18/01/2022