ການາດາ ປະກາດເພີ່ມມາດຕະການຂວໍ້າບາດ ດ້ານອຸດສາຫະກໍາ
ນໍ້າມັນ, ອາຍແກັດ ແລະ ເຄມີຈາກ ຣັດເຊຍ
ສໍານັກຂ່າວເບເບຊີລາຍງານ ໃນວັນທີ 9 ມິຖຸນາ ນີ້ວ່າ: ທ່ານ ເມລີນີ ໂຈລີ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ການາດາ ປະກາດໃນ ວັນທີ
8 ມິຖຸນາ ທີ່ຜ່ານມານີ້ວ່າ, ການາດາກໍານົດມາດຕະການຂວໍ້າບາດຮອບໃໝ່ຕໍ່ອຸດສາຫະກໍານໍ້າມັນ, ອາຍແກັດແລະ ເຄມີຂອງ ຣັດເຊຍ.
ສໍານັກຂ່າວ ຊິນຮ່ວາ ໄດ້ເປີດເຜີຍຄໍາຖະແຫຼງຂອງ ທ່ານ ເມລີນີ ໂຈລີ ວ່າ, ມາດຕະການການຂວໍ້າ ບາດຊຸດໃໝ່ນີ້ ມີຄໍາສັ່ງຫ້າມບໍລິການສົ່ງອອກ-ນໍາ
ເຂົ້າ 28 ລາຍການທີ່ສໍາຄັນສໍາລັບການດໍາເນີນງານດ້ານອຸດສາຫະກໍານໍ້າມັນ, ອາຍແກັດ ແລະ ເຄມີ ລວມໄປເຖິງການບໍລິການດ້ານການຈັດສົ່ງ, ດ້ານ
ເອກະສານບັນຊີ ແລະ ການໂຄສະນາ.
ການຫ້າມບໍລິການສົ່ງອອກນໍ້າມັນ, ອາຍແກັດ ແລະ ເຄມີ ນັ້ນເນັ້ນໜັກໄປທີ່ອຸດສາຫະກໍາ ຖ້າຄິດສະເລ່ຍແລ້ວປະມານ 50%. ນັບຕັ້ງແຕ່ວັນທີ 24
ກຸມພາ ເປັນຕົ້ນມາ ການາດາ ໄດ້ກໍານົດມາດຕະການຂວໍ້າບາດບຸກຄະລາກອນ ແລະ ອົງການຂອງ ຣັດເຊຍ ທັງພາຍໃນປະເທດ, ອູແກຣນ ແລະ ເບລາຣຸຸດ
ຊີ ແລ້ວຫຼາຍກວ່າ 1.070 ຄົນ.
ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 14/06/2022