ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ ຈະ​ຊ່ວຍ​ເຫຼືອ ລີ​ບັງ ​ໃນ​ການ​ສ້າງ​ທ່າ​ເຮືອ​ຄືນ​ໃໝ່


     ຮອງປະທານາທິບໍດີ ແລະ ລັດຖະມົນຕີການຕ່າງປະເທດ ຂອງຕວກກີ ໄດ້ມາຢ້ຽມຢາມປະເທດ ລີບັງ ໃນວັນທີ 8 ສິງຫາ ເພື່ອພົບປະກັບປະທານາທິບໍດີ ລີບັງ, ພ້ອມ
ທີ່ຈະໃຫ້ການຊ່ວຍເຫຼືອໃນສິ່ງທີ່ຈໍາເປັນ.

     ຮອງປະທານາທິບໍດີ ຕວກກີ ກ່າວວ່າ: ຕວກກີ ເຕັມໃຈທີ່ຈະຊ່ວຍ ລີບັງ ໃນການສ້າງທ່າເຮືອຄືນໃໝ່ ແລະ ຈະນໍາເອົາເຮືອບິນຂົນສົ່ງ ຄົນເຈັບໄປຍັງ ຕວກກີ ເພື່ອສືບ
ຕໍ່ປິ່ນປົວ.

     ເຫດວາງລະເບີດທີ່ຮຸນແຮງໄດ້ເກີດຂຶ້ນຢູ່ເຂດທ່າເຮືອເມືອງ ເບຣຸດ, ນະຄອນຫຼວງຂອງ ລີບັງ ໃນວັນທີ 4 ສິງຫາ ທີ່ຜ່ານມາ, ມາຮອດວັນທີ 8 ສິງຫາ ມີຜູ້ເສຍຊີວິດ
ເຖິງ 150 ຄົນ ແລະ ບາດເຈັບ 6.000 ຄົນ, ເຊິ່ງໜຶ່ງໃນຜູ້ເສຍຊີວິດນັ້ນລວມມີພັນລະຍາຂອງເອກອັກຄະລາຊະທູດ ໂຮນລັງ. ປັດຈຸບັນການປະຕິບັດງານຂອງທ່າກຳປັ່ນ
ໄດ້ສີ້ນສຸດ, ທ່າເຮືອກາຍເປັນຂຸມລະເບີດ, ພື້ນທີ່ສາງເກັບເຄື່ອງຍຸບລົງພື້ນດິນ, ເຄື່ອງຈັກ ແລະ ອຸປະກອນຕ່າງໆທີ່ຢູ່ໃນບໍລິເວນທ່າເຮືອໄດ້ຮັບຄວາມເສຍຫາຍທັງໝົດ.

     ທ່າເຮືອ ເບຣຸດ ແມ່ນໜຶ່ງໃນບັນດາສະຖານທີ່ຂົນສົ່ງທີ່ສຳຄັນທີ່ສຸດຢູ່ຝັ່ງທະເລທາງຕາເວັນອອກຂອງທະເລເມດິເຕຣານຽນ. ນອກຈາກ ໂຮນລັງ ແລ້ວ, ຍັງມີອີກຫຼາຍໆ
ປະເທດ ໂດຍສະເພາະແມ່ນບັນດາປະເທດຜະລິດນໍ້າມັນດ້ວຍກັນຍັງຈະຊ່ວຍເຫຼືອ ລີບັງ ອີກດ້ວຍ.