ຈີນສຶບຕໍ່ຊຸກຍູ້ການຮ່ວມມືກັບຫຼາຍປະເທດ
ສໍານັກຂ່າວ ຊິນຮ່ວາ ລາຍງານໃນວັນທີ 8 ກຸມພາ ນີ້ວ່າ: ໃນລະຫວ່າງວັນທີ 6-7 ກຸມພາ ທີ່ຜ່ານມາ, ຢູ່ນະຄອນຫຼວງ ປັກກິ່ງ ຂອງ ຈີນ, ທ່ານ ສີ
ຈິ້ນ ຜິງ ປະທານປະເທດ ຈີນ ມີການເຈລະຈາກັບທ່ານ ອີມານຄານ ນາຍົກລັດຖະມົນຕີ ປາກິດສະຖານ, ທ່ານປະທານປະເທດ ຈີນ ສີ ຈິ້ນ ຜິງ ເນັ້ນໜັກ
ວ່າ: ຈີນ ເດັດດ່ຽວສະໜັບສະໜູນ ປາກິດສະຖານ ໃນການປົກປັກຮັກສາເອກະລາດ ແຫ່ງຊາດ, ອະທິປະໄຕ ກໍຄືໃນການຕໍ່ສູ້ຕ້ານການກໍ່ການຮ້າຍ. ຈີນ
ພ້ອມແລ້ວທີ່ຈະສົມທົບກັບ ປາກິດສະຖານ ໃນການຊຸກຍູ້ບັນດາ ຍຸດທະສາດ ພັດທະນາ.
ເວລາຕໍ່ມາຜູ້ນຳຈີນ ກໍໄດ້ຕ້ອນຮັບ ທ່ານ ນາງ ຮາລີມັນ ຢາຄອບ ປະທານາທິບໍດີ ສິງກະໂປ. ໃນນັ້ນ, 2 ຝ່າຍໄດ້ເວົ້າເຖິງການເພີ່ມທະວີການພົວພັນ
ຄູ່ຮ່ວມມື ພາຍຫຼັງຄວບຄຸມໄດ້ໂລກລະບາດ ໂຄວິດ-19. ໂດຍໄດ້ເນັ້ນໜັກວ່າ: ສອງຝ່າຍຄວນຮ່ວມມືກັນຢ່າງເລິກເຊິ່ງກວ້າງຂວາງ ໃນການພັດທະນາ
ສີຂຽວ ແລະ ຍູ້ແຮງການ ຮ່ວມມື ໃນບັນດາຂົງເຂດ ຄື: ເສດຖະກິດເຕັກນິກດີຈີຕອນ, ນະຄອນ ອັດສະລິຍະ ແລະ ປ່ຽນແປງໃໝ່ ທາງດ້ານວິທະຍາສາດ
ເຕັກໂນໂລຊີ.
ໃນວັນດຽວກັນ ທ່ານ ສີ ຈິ້ນ ຜິງ ກໍໄດ້ພົບປະກັບ ທ່ານ ອາເບໂຕ ເຟີນັນເດດ ປະທານາທິບໍດີ ອັກຊັງຕິນ ການນຳສອງຝ່າຍໄດ້ຖະແຫຼງເລີ່ມຕົ້ນປີແຫ່ງ
ການຮ່ວມມືມິດຕະພາບ ເພື່ອແນໃສ່ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີ.
ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 09/02/2022