ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍປະ​ເທດ​ເລີ່​ມປະຕິບັດ​ການ ຫ້າມ​ສົ່ງ​ອອກ​ສະບຽບອາຫານ

     ມາເລເຊຍ ເລີ່ມປະຕິບັດຫ້າມສົ່ງອອກໄກ່ສົດນັບແຕ່ ວັນທີ 1 ມິຖຸນາ ເປັນຕົ້ນໄປ ເພື່ອແນໃສ່ຫຼຸດຜ່ອນການເພີ່ມຂຶ້ນ ຂອງລາຄາໄກ່ ແລະ ການຂາດ
ແຄນການສະໜອງຊີ້ນໄກ່ຢູ່ ມາເລເຊຍ.

     ທ່ານ ອິສມາຍ ນາຍົກລັດຖະມົນຕີ ມາເລເຊຍ ປະກາດໃນອາທິດຜ່ານມານີ້ວ່າ, ມາເລເຊຍ ຈະຢຸດການສົ່ງອອກໄກ່ສົດຫຼາຍເຖິງ 3,6 ລ້ານໂຕຕໍ່ເດືອນ
ນັບແຕ່ ວັນທີ 1 ມິຖຸນາ ເປັນຕົ້ນໄປຈົນກວ່າ ລາຄາໄກ່ພາຍໃນ ແລະ ການຜະລິດກັບຄືນສູ່ຄວາມໝັ້ນຄົງກ່ອນເກີດວິກິດ. ນອກຈາກການຫ້າມສົ່ງອອກ
ໄກ່ແລ້ວ, ຄະນະລັດຖະບານ ມາເລເຊຍ ຍັງໄດ້ປະກາດຫຼາຍມາດຕະການອື່ນໆ, ລວມທັງການຍົກເລີກໃບອະນຸຍາດນຳເຂົ້າອາຫານ, ເພື່ອສົ່ງເສີມການບໍລິ
ໂພກດ້ານສະບຽງອາຫານພາຍໃນ.

     ຕາມຂໍ້ມູນຂອງອົງການອາຫານ ສິງກະໂປ, ປະເທດບ້ານໃກ້ເຮືອນຄຽງຂອງ ມາເລເຊຍ ແມ່ນອາໄສອາຫານປະເພດຊີ້ນໄກ່ ເຖິງ 34% ໃນປີ 2021.
ນັບແຕ່ເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ, ການສົ່ງອອກເມັດພືດຂອງ ຣັດເຊຍ ແລະ ອູແກຣນ ສອງປະເທດກະສິກຳທີ່ສຳຄັນໄດ້ຖືກ
ສະກັດກັ້ນ, ເຮັດໃຫ້ຊ່ອງວ່າງການສະໜອງຂອງໂລກເພີ່ມຂຶ້ນ ແລະ ລາຄາສະບຽງອາຫານຂອງໂລກໄດ້ສືບຕໍ່ເພີ່ມຂຶ້ນ.

     ສິ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນການສະໜອງໄກ່ຢູ່ ມາເລເຊຍ ຍ້ອນເມັດພືດເປັນສ່ວນປະກອບສຳຄັນໃນການຜະລິດເປັນອາຫານ
ສໍາລັບລ້ຽງໄກ່.

     ວັນທີ 1 ມິຖຸນາ ນີ້, ລັດຖະບານ ອິນເດຍ ໄດ້ປະກາດວ່າ, ເພື່ອຮັບປະກັນການສະໜອງ ແລະ ຄວາມໝັ້ນຄົງ ຂອງລາຄານໍ້າຕານສຳລັບບໍລິໂພກຢູ່ພາຍ
ໃນປະເທດ, ຈຳກັດຍອດປະລິມານການສົ່ງອອກນໍ້າຕານສຳລັບບໍລິໂພກຂອງ ອິນເດຍ ນັບແຕ່ວັນທີ 1 ມິຖຸນາ ນີ້ເປັນຕົ້ນໄປຄື: ເຮັດໃຫ້ປະລິມານການສົ່ງ
ອອກນັບແຕ່ເດືອນຕຸລາ 2021 ຫາ ເດືອນ ກັນຍາ 2022 ບໍ່ເຖິງ 10 ລ້ານໂຕນ. ນັບແຕ່ເກີດການປະທະກັນລະຫວ່າງ ຣັດເຊຍ ກັບ ອູແກຣນ ເປັນຕົ້ນມາ,
ລາຄາອາຫານໃນທົ່ວໂລກເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງເປັນລາຄາແພງທີ່ສຸດໃນຮອບຫຼາຍປີຜ່ານມານີ້. ພາຍໃຕ້ເບື້ອງຫຼັງທີ່ ອາເມຣິກາ ແລະ ປະເທດຕາ
ເວັນຕົກຂວໍ້າບາດຕໍ່ ຣັດເຊຍ, ການປະທະກັນລະຫວ່າງ ຣັດເຊຍ ກັບ ອູແກຣນ ມີຄວາມສ່ຽງຢຸດຕິໃນເວລາສັ້ນບໍ່ໄດ້, ການສົ່ງອອກທັນຍາຫານຂອງສອງ
ປະເທດກະສິກຳລາຍໃຫຍ່ຖືກສະກັດກັ້ນ ເຮັດໃຫ້ການສະໜອງທັນຍາຫານໃນທົ່ວໂລກຂາດເຂີນ.

     ເພື່ອຮັບມືກັບສະພາບການສະໜອງທີ່ຂາດເຂີນ ແລະ ລາຄາສູງຂຶ້ນຢູ່ພາຍໃນປະເທດ, ປະເທດກະສິກຳລາຍໃຫຍ່ຈຳນວນໜຶ່ງພາກັນນຳໃຊ້ມາດຕະການ
ຈຳກັດການສົ່ງອອກໃນຫວ່າງມໍ່ໆມານີ້. ຜູ້ຊ່ຽວຊານເຕືອນວ່າ, ລັດທິອາລັກຂາທັນຍາຫານທົ່ວໂລກ ໃນປັດຈຸບັນບໍ່ພຽງແຕ່ຈະບໍ່ສາມາດຊ່ວຍຫຼຸດລາຄາ
ທັນຍາຫານຂອງປະເທດຕົນໃຫ້ຕໍ່າລົງໄດ້ເທົ່ານັ້ນ ຫາກຍັງຈະຍົກລະດັບໄພເງິນເຟີ້ ແລະ ລາຄາສະບຽງອາຫານຂອງທົ່ວໂລກໃຫ້ ສູງຂຶ້ນອີກດ້ວຍ.

     ຫວ່າງມໍ່ໆມານີ້, ທ່ານ ມາຮິນ ດາ ອະມາຣາວີຣາ ລັດຖະມົນຕີ ກະຊວງກະສິກຳສີລັງກາປະກາດວ່າ: ຍ້ອນຜົນຜະລິດເຂົ້າ ແລະ ພືດຜັກຫຼຸດໜ້ອຍລົງ,
ລັດຖະບານໄດ້ແນະນຳໃຫ້ຊາວກະສິກອນຖ້າມີຄວາມຈຳເປັນສາມາດຟື້ນຟູການນຳໃຊ້ຝຸ່ນເຄມີຄືນໃໝ່ ເພື່ອເພີ່ມຜົນຜະລິດພືດພັນການກະເສດໃຫ້ຫຼາຍ
ຂຶ້ນຮັບປະກັນຄວາມ ໝັ້ນຄົງດ້ານທັນຍາຫານ. ຕາມແຜນການແລ້ວສີລັງກາຕັ້ງເປົ້າໝາຍຈະກາຍເປັນປະເທດ ທີ່ອາໄສກະສິກຳອົງຄະທາດທັງໝົດແຫ່ງ
ທຳອິດໃນໂລກ. ພ້ອມສະເໜີຂໍ້ລິເລີ່ມທີ່ພັດທະນາກະສິກຳ ໂດຍເລິ່ມຫ້າມບໍ່ໃຫ້ນໍາໃຊ້ ຝຸ່ນເຄມີເຂົ້າໃນການຜະລິດນັບແຕ່ເດືອນ ພຶດສະພາ ປີກາຍນີ້ເປັນ
ຕົ້ນມາ. ຍ້ອນແນວນີ້ ຊາວກະສິກອນຈຳນວນຫຼວງຫຼາຍຈຶ່ງບໍ່ສືບຕໍ່ດຳເນີນການປູກຝັງອີກຍ້ອນຝຸ່ນບໍ່ພຽງພໍ, ເຮັດໃຫ້ລັດຖະບານຕ້ອງປັບປຸງນະໂຍບາຍ
ທີ່ກ່ຽວຂ້ອງຄືນໃໝ່.

     ໃນຕົ້ນເດືອນ ພຶດສະພາ, ລັດຖະບານ ອິນເດຍ ໄດ້ປະກາດຫ້າມສົ່ງອອກເຂົ້າບຣາເລ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນປະ
ເທດ. ຍ້ອນຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ ແລະ ອູແກຣນ, ເຮັດໃຫ້ລາຄາປຸ໋ຍເຄມີເພີ່ມຂຶ້ນສູງແຖມຍັງນໍາເຂົ້າບໍ່ສະດວກ, ລັດຖະບານ ອິິນເດຍ ຄາດ
ວ່າອາດມີຜົນກະທົບຕໍ່ຜົນຕໍ່ການກະເສດໃນປີນີ້, ສະນັ້ນລັດຖະບານຈໍາຕ້ອງສະຫງວນສະບຽງອາຫານເອົາໄວ້.

     ວັນທີ 1 ມິຖຸນານີ້, ທ່ານ ອັນ ໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ຈົ່ງໃຊ້ການເຄື່ອນໄຫວ
ທີ່ວ່ອງໄວ ແລະ ເດັດດ່ຽວ ເພື່ອຮັບມືກັບວິກິດການດ້ານທັນຍາຫານທີ່ອາດຈະເກີດຂຶ້ນຍ້ອນການປະທະກັນ. ຖ້າວ່າທັນຍາຫານ ແລະ ຝຸ່ນເຄມີຂອງ ອູ
ແກຣນ ແລະ ຣັດ ເຊຍ ບໍ່ສາມາດສົ່ງເຂົ້າຕະຫຼາດສາກົນຄືນໃໝ່ໄດ້, ບັນຫາຄວາມໝັ້ນຄົງດ້ານທັນຍາຫານກໍ່ຈະແກ້ໄຂຢ່າງມີປະສິດທິຜົນບໍ່ໄດ້. ທ່ານຈະ
ສືບຕໍ່ພະຍາຍາມທຸກຢ່າງ ເພື່ອຊຸກຍູ້ໃຫ້ສິ້ນສຸດການປະທະກັນລະຫວ່າງ ຣັດເຊຍ ກັບ ອູແກຣນ ໂດຍຜ່ານການເຈລະຈາໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ
ເພື່ອເປີດກວ້າງຊ່ອງທາງທີ່ຈະນຳໄປສູ່ເສັ້ນທາງຢຸດຍິງໃຫ້ໄວເທົ່າທີ່ຈະເປັນໄປໄດ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 07/06/2022