ໂຈໄບເດັນ ມີແຜນຈະຢ້ຽມຢາມຫຼາຍປະເທດໃນເຂດ ອາຊີ
ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ
ສໍານັກຂ່າວຣອຍເຕີ ລາຍງານ ໃນວັນທີ 4 ກຸມພາ ນີ້ວ່າ: ເຈົ້າໜ້າທີ່ລະດັບສູງຂອງລັດຖະບານ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ທ່ານ ໂຈ ໄບເດນ
ປະທານາທິບໍດີ ສະຫະລັດ ອາເມຣິກາ ມີແຜນທີ່ຈະເດີນທາງຢ້ຽມຢາມຫຼາຍປະເທດ ໃນລະຫວ່າງການເດີນທາງຢ້ຽມຢາມ ບັນດາປະເທດ ເຂດອາຊີໃນມໍ່ໆ
ນີ້, ເຊິ່ງຖືເປັນການເດີນທາງຢ້ຽມຢາມເຂດອາຊີຄັ້ງທໍາອິດ ນັບຕັ້ງແຕ່ທ່ານເຂົ້າຮັບຕໍາແໜ່ງປະທານາທິບໍດີ ເຊິ່ງມີແຜນຈະເຂົ້າຮ່ວມປະຊຸມກັບ 3 ປະເທດ
ພັນທະມິດຫຼັກໃນ ຍີ່ປຸຸ່ນ ອີກດ້ວຍ.
ໂຈ ໄບເດັນ ເຊິ່ງໄດ້ຕອບຄໍາເຊີນຂອງ ທ່ານ ຟູມີໂອະ ຄີຊີດະ ນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອເຂົ້າ ຮ່ວມກອງປະຊຸມ Quad ໃນໄລຍະລະດູໃບໄມປົ່ງນີ້,
ເຊິ່ງເປັນການຮ່ວມປະຊຸມຂອງ 4 ປະເທດປະກອບມີ: ຍີ່ປຸ່ນ, ອາເມຣິກາ, ອົດສະຕຣາລີ ແລະ ອິນເດຍ.
ອີງຕາມແຫຼ່ງຂ່າວຂອງທໍານຽບຂາວ ສະຫະລັດລະບຸກັບ ຣອຍເຕີວ່າ, ແຜນການເດີນທາງໃນຄັ້ງດັ່ງກ່າວນີ້ ຄາດວ່າຈະເກີດຂຶ້ນໃນໄລຍະເດືອນພຶດສະ
ພານີ້ ເຊິ່ງການຫາລືຈະເນັ້ນໜັກກ່ຽວກັບ ສປປ ເກົາຫຼີ, ພ້ອມດຽວກັນນັ້ນ ໄບເດັນ ຍັງອາດຈະເດີນທາງຢ້ຽມຢາມ ສ ເກົາຫຼີ ອີກດ້ວຍ.
ແຫຼ່ງທີ່ມາ: ຫງວຽນ ຫາຍ
ວັນທີ 07/02/2022