ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອັງກິດເຜີຍສັກວັກຊີນປ້ອງກັນໂຄວິດເຂັມດຽວກໍຊ່ວຍຫຼດການແຜ່ກະຈາຍຂອງໂຄວິດໄດ້


     ສຳນັກຂ່າວ ຊິນຮວາ ລາຍງານເມື່ອວັນທີ 2 ພຶດສະພາ 2021 ນີ້ວ່າ: ຜົນການສຶກສາຈາກສໍານັກງານ ສາທາລະນະສຸກອັງກິດລະບຸວ່າ ການສັກວັກ
ຊີນປ້ອງກັນໂຄວິດ-19 ພຽງໂດສດຽວ ສາມາດຫຼຸດການກະຈາຍຂອງເຊື້ອໄວຣັສໂຄໂຣນາ ສາຍພັນ SARS-CoV-2 ໄດ້ເຖິງ 50%.

     ການສຶກສາເບື້ອງຕົ້ນລະບຸວ່າ: ຜູ້ທີ່ຕິດເຊື້ອໂຄວິດ ຢ່າງໜ້ອຍ 3 ອາທິດ ມີທ່າອຽງແຜ່ເຊື້ອໃຫ້ຄົນໃນຄອບຄົວດຽວກັນຫຼຸດລົງ 38-49% ເມື່ອທຽບ
ກັບຜູ້ທີ່ບໍ່ໄດ້ຮັບວັກຊີນ ໂດຍຜູ້ເຂົ້າຮ່ວມການວິໄຈໃນຄັ້ງນີ້ແມ່ນຜູ້ທີ່ໄດ້ຮັບວັກຊີນ ໄຟເຊີ (Pfizer) ຫຼື ແເອສຕຣາເຊນເນກາ (AstraZeneca) ແລ້ວ
ຈຳນວນ 1 ໂດສ.

     ທ່ານ ປີເຕີ ອິງລິດ ທີ່ປຶກສາອາວຸໂສຈາກສຳນັກງານຄວບຄຸມພະຍາດລະບາດໃຫ້ສຳພາດກັບສຳນັກຂ່າວສະກາຍນິວວ່າ: ການຄົ້ນພົບນີ້ ເປັນເລື່ອງທີ່
ໜ້າຍິນດີທີ່ສຸດ ເຮັດໃຫ້ມີຫຼັກຖານເພີ່ມຂຶ້ນຢ່າງຕໍ່ເນື່ອງວ່າການສັກວັກຊີນຈະຊ່ວຍປ້ອງກັນປະຊາຊົນຈາກການຕິດເຊື້ອ ເຖິງຄົນທີ່ສັກວັກຊີນ ແລ້ວຈະຍັງ
ຕິດເຊື້ອໂຄວິດ-19 ແຕ່ພວກເຂົາມີທ່າອຽງຈະບໍ່ແຜ່ເຊື້ອນີ້ໃຫ້ກັບຄົນອື່ນໄດ້.

     ການສຶກສາດັ່ງກ່າວຍັງບໍ່ໄດ້ຖືກທົບທວນໂດຍຄົນທີ່ມີຄຸນວຸດທິ ຫຼາຍກວ່າ 57,000 ຄົນໄດ້ເຂົ້າຮ່ວມ, ອາໄສຢູ່ໃນ 24,000 ຄົວເຮືອນດ້ວຍການ
ສັກວັກຊີນແລ້ວໜຶ່ງຄົນ. ໂດຍພວກເຂົາຖືກນຳມາປຽບທຽບກັບປະຊາຊົນເກືອບ 1 ລ້ານຄົນທີ່ຍັງບໍ່ໄດ້ຮັບວັກຊີນ. ທັງນີ້, ປະເທດອັງກິດມີປະຊາຊົນ ໄດ້
ຮັບວັກຊີນປ້ອງກັນໂຄວິດ-19 ໂດສທຳອິດແລ້ວ 33.8 ລ້ານຄົນ ໂດຍ 1 ໃນ 4 ຂອງຜູ້ໃຫຍ່ໃນປະເທດໄດ້ຮັບວັກຊີນຄົບ 2 ໂດສແລ້ວ ໃນຂະນະທີ່ໂຄງ
ການສັກວັກຊີນທົ່ວປະເທດໄດ້ຄວບຄຸມໄປເຖິງປະຊາຊົນທີ່ມີອາຍຸ 42 ປີຂຶ້ນໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2021