ຈີນ ເພີ່ມທະວີກຳມະການຊີ້ນຳວຽກງານ ລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງ ຄັ້ງທີ 21
ທ່ານ ສີຈິ້ນຜິງ ປະທານປະເທດຈີນ
ສຳນັກຂ່າວ ຊິນຮວາ ລາຍງານໃນ ວັນທີ 30 ສິງຫານີ້ວ່າ: ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳ
ວຽກງານລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງ ຄັ້ງທີ 21, ເຊິ່ງ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງ “ຄວາມເຫັນກ່ຽວກັບການເພີ່ມທະວີການ
ຈັດຕັ້ງປະຕິບັດນະໂຍບາຍຕ້ານການຜູກຂາດ ແລະ ລົງເລິກການຊຸກຍູ້ການແຂ່ງຂັນທີ່ເປັນທຳ” ແລະ ອື່ນໆ.
ໃນກອງປະຊຸມດັ່ງກ່າວ, ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ຕ້ອງຊຸກຍູ້ການສ້າງສະພາບແວດລ້ອມການແຂ່ງຂັນດ້ານການຕະຫຼາດ ທີ່ມີຄວາມຍຸຕິທຳ, ສ້າງ
ຊ່ອງວ່າງການພັດທະນາອັນກວ້າງຂວາງ ໃຫ້ແກ່ຫົວໜ່ວຍທຸລະກິດຕະຫຼາດປະເພດຕ່າງໆ ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ, ປົກປ້ອງ
ສິດຜົນ ປະໂຫຍດຂອງຜູ້ບໍລິໂພກໃຫ້ໄດ້ດີກວ່າເກົ່າ. ຕ້ອງເພີ່ມທະວີການຄຸ້ມຄອງຄວາມປອດໄພຂອງຄັງສະສົມວັດຖຸດ້ານຍຸດທະສາດ ແລະ ຮັບມືສຸກເສີນ
ຈາກດ້ານໂຄງປະກອບ ແລະ ກົນໄກ, ເພີ່ມທະວີບົດບາດໃນການຮັບປະກັນດ້ານຍຸດທະສາດ, ການດັດສົມດ້ານມະຫາພາກ ແລະ ຮັບມືສຸກເສີນ, ເພີ່ມທະ
ວີຄວາມສາມາດໃນການປ້ອງກັນ ແລະ ຮັບມືກັບຄວາມສ່ຽງອັນໃຫຍ່ຫຼວງ. ຕ້ອງປັບປຸງໝາກຜົນໃນການປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດ, ພະຍາ
ຍາມສ້າງປະເທດຈີນທີ່ສວຍງາມທີ່ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນໄດ້ຢ່າງກົມກຽວ. ຕ້ອງເລັ່ງລັດສ້າງລະບົບສະຖິຕິ ແລະ ລະບົບຕິດຕາມກວດກາທີ່
ເປັນລະບົບຄົບຖ້ວນປະສານສົມທົບກັນມີປະສິດທິພາບສູງ ແລະ ມີກຳລັງຄວບຄຸມທີ່ເຂັ້ມແຂງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/09/2021