ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຊຽນສ້າງຕັ້ງກອງທຶນຮັບມືກັບການ​ແຜ່​ລະບາດ​ຂອງ​ພະຍາດ​ ​ໂຄ​ວິດ- 19


     ສໍານັກຂ່າວ ບີບີຊີ ລາຍງານ ໃນວັນທີ 30 ມິຖຸນານີ້ວ່າ: ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທີ່ຈັດຂຶ້ນທາງອອນລາຍ, ບັນດາປະເທດສະມາຊິກອາຊຽນໄດ້ປະ
ກາດສ້າງຕັ້ງກອງທຶນຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ເພື່ອພະຍາຍາມຊຸກຍູ້ໃຫ້ເສດຖະກິດຟື້ນຟູຄືນຢ່າງຮອບດ້ານ.

     ໃນຖະແຫຼງການໄດ້ລະບຸວ່າ: ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ປະກາດສ້າງຕັ້ງກອງທຶນຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ສຳລັບອາຊຽນ ແລະ
ຈະພະຍາຍາມຊຸກຍູ້ໃຫ້ອາຊຽນສາມາດຟື້ນຟູເສດຖະກິດຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19, ອາຊຽນໄດ້ວາງໂຄງຮ່າງຟື້ນຟູແບບຄົບວົງຈອນ
ເພື່ອໃຫ້ພາກພື້ນຕົນສາມາດກ້າວຜ່ານໄລຍະຟື້ນຟູ. ຖະແຫຼງການຍັງເນັ້ນໜັກເຖິງຄວາມສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືຕ່າງໆ ແລະ
ອົງການຈັດຕັ້ງສາກົນໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19.