ກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມໄດ້ຮັບຮອງເອົາບັນດາ
ຍຸດທະສາດຕ່າງໆ ທາງດ້ານການພັດທະນາ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ຕອນເຊົ້າ ວັນທີ 28 ມັງກອນ 2021, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ກອມມູນິດຫວຽດນາມ ໄດ້ສືບຕໍ່ປຶກສາຫາລືຮ່າງ
ເອກະສານຫຼາຍສະບັບ. ຕາງໜ້າຄະນະປະທານ, ທ່ານ ເວືອງ ດີງ ເຫວ້, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງ ຮ່າໂນ້ຍ ໄດ້
ນໍາພາຄະນະດຳເນີນກອງປະຊຸມ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ຊີ້ແຈງບັນດາເນື້ອໃນຊຸກຍູ້ການບໍລິຫານທົ່ວສັງຄົມ, ການປະຕິບັດເປົ້າໝາຍໃນການຫຼຸດຜ່ອນຄວາມ
ທຸກຍາກຢູ່ບັນດາ ແຂວງ ເຂດພູດອຍ ແລະ ເຂດຊົນເຜົ່າ, ສຶກສາອົບຮົມອຸດົມການປະຕິວັດ, ຮັກຊາດ, ສ້າງຄວາມມຸ່ງມາດປາຖະໜາໃຫ້ແກ່ຊາວໜຸ່ມ; ໂຄ
ສະນາບັນດາຄວາມ ສາມາດທ່າແຮງຂອງທ້ອງຖິ່ນ.
ບັນດາເອກະສານນຳສະເໜີ ແມ່ນໄດ້ສຸມໃສ່ຕີລາຄາ ແລະ ສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຕິດພັນກັບການປະເມີນຜົນ
35 ປີ, ປະກອບຄຳເຫັນໃສ່ທິດທາງ ແລະ ໜ້າທີ່ໃນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2021-2025); ເປົ້າໝາຍ ຮອດປີ 2030 ແລະ ວິໄສ
ທັດໃນການພັດທະນາປະເທດຮອດປີ 2045.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຄອມມູນິດຫວຽດນາມ ມີເປົ້າໝາຍທາງດ້ານການພັດທະນາໃນໄລຍະ 2021-2025 ແລະ ປີຕໍ່ໄປແມ່ນ: ປັບ
ປຸງຄວາມສາມາດໃນການນຳພາບໍລິຫານ ແລະ ກຳລັງຕໍ່ສູ້ຂອງພັກ; ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງຮອບດ້ານ, ຮັດແໜ້ນຄວາມເຊື່ອໝັ້ນຂອງປະຊາຊົນ
ຕໍ່ພັກ-ລັດ ແລະ ລະບອບສັງຄົມນິຍົມ, ສົ່ງເສີມຄວາມຕັ້ງໃຈ ແລະ ກຳລັງແຮງຂອງຄວາມສາມັກຄີພາຍໃນຊາດບວກກັບກຳລັງຂອງຍຸກສະໄໝ, ສົ່ງເສີມ
ການປ່ຽນແປງໃໝ່, ການຫັນເປັນອຸດສາຫະກຳທັນສະໄໝຢ່າງຮອບດ້ານ ແລະ ຄົບຊຸດ, ສ້າງ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ, ຮັກສາສະພາບ
ແວດລ້ອມ, ສູ້ຊົນໃນໄລຍະກາງສະຕະວັດທີ 21 ປະເທດ ຫວຽດນາມ ຈະກາຍເປັນປະເທດທີ່ມີການພັດທະນາຕາມທິດສັງຄົມນິຍົມ.
ຈຸດປະສົງສະເພາະ, ຮອດປີ 2025, ຫວຽດນາມ ຈະສູ້ຊົນກາຍເປັນປະເທດອຸດສາຫະກຳທີ່ທັນສະໄໝ, ລື່ນກາຍລະດັບລາຍຮັບປານກາງ. ປີ 2030
ຈະການເປັນປະເທດທີ່ກຳລັງພັດທະນາດ້ວຍອຸດສາຫະກຳທີ່ທັນສະໄໝ, ມີລາຍໄດ້ສະເລ່ຍສູງ, ໃນປີ 2045 ຈະກາຍເປັນປະເທດ ທີ່ພັດທະນາດ້ວຍລາຍ
ໄດ້ສູງ.
6 ເນື້ອໃນຕົ້ນຕໍແມ່ນສຸມໃສ່ວຽກງານ ແລະ ວິທີແກ້ໄຂທີ່ເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຄື: ສືບຕໍ່ຊຸກຍູ້ການກໍ່ສ້າງ, ປັບປຸງພັກ,
ສ້າງລະບອບກົດໝາຍສັງຄົມນິຍົມຂອງລັດ ແລະ ລະບົບການເມືອງທີ່ສະອາດ, ເຂັ້ມແຂງ.
ປ່ຽນແປງຮູບການພັດທະນາແບບໃໝ່ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຊຸກຍູ້ການຫັນເປັນອຸດສາຫະ
ກຳທັນສະໄໝບົນພື້ນຖານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງ ແລະ ພັດທະນາເສດຖະກິດການ
ຕະຫຼາດແບບສັງຄົມນິຍົມທີ່ສົມບູນແບບ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັນຢ່າງຮອບດ້ານ.
ພັກ-ລັດເປັນເຈົ້າການ ດ້ວຍຄວາມພາກພູມໃຈ ແລະ ຕັ້ງໜ້າໃນການນໍາພາປະຊາຊົນພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ຜາສຸກປະເທດຊາດ
ເຂັ້ມແຂງ ແລະ ໝັນຄົງ, ຮັກສາເອກະລາດ ແລະ ເສີມຂະຫຍາຍທ່າແຮງ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບ ແລະ ປະ
ສິດທິຜົນຂອງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ຢ່າງເດັດຂາດເດັດດ່ຽວປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ, ປະຊາ ທິປະ
ໄຕ, ຮັກສາສະພາບແວດລ້ອມ ໃຫ້ໝັ້ນຄົງເພື່ອການພັດທະນາປະເທດຊາດໃນຂັ້ນຕໍ່ໄປ.