ອັງກິດ ກຽມຜັນຂະຫຍາຍວັກແຊັງໃຫ້ເດັກນ້ອຍທີມີອາຍຸ 12 ປີ
ທ່ານ ຊາຈິບ ລັດຖະມົນຕີ ກະຊວງສາທາລະນະສຸກອັງກິດ
ສຳນັກຂ່າວ ເບເບເຊ ລາຍງານໃນວັນທີ 31 ສິງຫານີ້ວ່າ: ອົງການອະນາໄມ ສາທາລະນະສຸກ ອັງກິດ (PHE) ໄດ້ປະກາດຂໍ້ມູນວ່າໂຄງການສັກວັກ
ແຊັງຂອງ ອັງກິດ ໄດ້ສະກັດກັ້ນຜູ້ເສຍຊີວິດຍ້ອນພະຍາດ ໂຄວິດ-19 ກວ່າ 100.000 ຄົນ ຢູ່ປະເທດ ອັງກິດ.
ທ່ານ ຊາຈິບ ລັດຖະມົນຕີ ກະຊວງສາທາລະນະສຸກອັງກິດ ໃຫ້ຮູ້ວ່າ: ຂໍ້ມູນດັ່ງກ່າວໄດ້ຍົກອອກມາ ຂະນະທີ່ບັນດາຜູ້ຕິດເຊື້ອໂຄວິດ-19 ພວມເພີ່ມຂຶ້ນ
ຢູ່ອັງກິດ, ພິເສດແມ່ນຢູ່ເຂດຕາເວັນຕົກສ່ຽງໃຕ້ ຂອງ ອັງກິດ, ໂດຍແມ່ນສະຖານທີ່ທີ່ມີອັດຕາຜູ້ຕິດເຊື້ອຫຼາຍທີ່ສຸດ 481,7 ຄົນ ໃນຈຳນວນ 100.000
ຄົນ ໃນອາທິດຜ່ານມາ.
ປັດຈຸບັນ, ມີ 1/3 ຈຳນວນຊາວໜຸ່ມຢູ່ອັງກິດ ຍັງບໍ່ທັນໄດ້ສັກວັກແຊັງ ກັນ ໂຄວິດ-19 ເທື່ອ. ລະບົບສາທາລະນະສຸກແຫ່ງຊາດ ອັງກິດ (NHS) ໄດ້
ຂຶ້ນແຜນການສັກວັກແຊັງ ກັນ ໂຄວິດ-19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸ 12 ປີ ພາຍຫຼັງເຂົ້າສົກຮຽນໃໝ່ໃນ ຕົ້ນເດືອນກັນຍານີ້.
ເຖິງຢ່າງໃດກໍຕາມ, ກະຊວງສາທາລະນະສຸກ ອັງກິດ ໄດ້ຢັ້ງຢືນວ່າ ເລື່ອງຜັນຂະຫຍາຍການສັກວັກແຊັງ ກັນ ໂຄວິດ-19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸ 12
ປີ ຍັງບໍ່ທັນໄດ້ຮັບການຕົກລົງ ຍ້ອນບັນດາທີ່ປຶກສາ ດ້ານວິທະຍາສາດ ຂອງລັດຖະບານ ຍັງບໍ່ທັນມີຫຼັກຖານຢ່າງຄົບຖວ້ນກ່ຽວກັບຄວາມປອດໄພຂອງວັກ
ແຊັງຕໍ່ເກນອາຍຸນິ້ີ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/09/2021