ຫວຽດນາມ ເຂົ້າຮ່ວມປຶກສາຫາລືຂັ້ນສຸດຍອດຂອງສະພາຄວາມໝັ້ນຄົງ ສປຊ
ທ່ານ ບໍຣິດ ຈອນສັນ ນາຍົກລັດຖະມົນຕີ ປະເທດ ອັງກິດ
ສຳນັກຂ່າວ ເບເບຊີ ລາຍງານ ໃນວັນທີ 26 ກຸມພາ ນີ້ວ່າ: ໂດຍໄດ້ຮັບຄຳເຊີນຈາກ ທ່ານ ບໍຣິດ ຈອນສັນ ນາຍົກລັດຖະມົນຕີ ປະເທດ ອັງກິດ, ເຊິ່ງ
ປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນ ກຸມພາ 2021, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວັນ ຟຸກ ໄດ້ເຂົ້າ
ຮ່ວມ ແລະ ກ່າວຄຳເຫັນ ໃນວາລະປຶກສາຫາລື ເປີດຂັ້ນສຸດຍອດທາງອອນລາຍຂອງສະມັດຊາໃຫຍ່ ສະຫະປະຊາຊາດດ້ວຍ ຫົວຂໍ້ “ແກ້ໄຂບັນດາໄພນາບ
ຂູ່ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ”.
ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍພາລະບົດບາດເປັນແຖວໜ້າດ້ານຮັກສາສັນ
ຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນສຸມຄວາມພະຍາຍາມຂອງປະຊາຄົມສາກົນ ພ້ອມກັນກະທຳຢ່າງຂ້ຽວຂາດດ້ວຍບັນດາມາດຕະການແກ້ໄຂທີ່ເປັນ
ພື້ນຖານ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມນັ້ນ, ຕ້ອງມີວິທີສຳຜັດຢ່າງຮອບດ້ານ, ດູ່ນດ່ຽງ ເພື່ອແກ້ໄຂການພົວພັນລະຫວ່າງບັນດາ
ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ ແລະ ແບບເກົ່າໃນທົ່ວໂລກ. ເຄົາຮົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນຢ່າງເຂັ້ມງວດຕ້ອງກາຍເປັນ
ມາດຕະຖານການປະພຶດຂອງບັນດາປະເທດໃນການພົວພັນສາກົນ.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະຊາຄົມສາກົນຄວນສະຫງວນແຫຼ່ງກຳລັງຕື່ມອີກ ເພື່ອໜູນຊ່ວຍບັນດາປະເທດພັດທະນາ, ເຊິ່ງການພັດ
ທະນາພວມຖືກຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜັກໜ່ວງ. ຫວັງວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະສືບຕໍ່ເພີ່ມທະວີກຳລັງ
ຄວາມສາມາດກ່າວເຕືອນ, ເປັນຄົນກາງໄກ່ເກ່ຍ, ສະກັດກັ້ນ ແລະ ແກ້ໄຂການປະທະກັນຢູ່ເຂດຕ່າງໆ, ໂດຍໃຊ້ວິທີຮ່ວມມືຢ່າງແໜ້ນແຟ້ນກັບ ບັນດາອົງ
ການຈັດຕັ້ງພາກພື້ນ ເພື່ອແກ້ໄຂສາຍກະທັບລະຫວ່າງດິນຟ້າອາກາດ ແລະ ຄວາມໝັ້ນຄົງໃຫ້ມີຄວາມກົມກຽວກັນ, ຄວນສືບຕໍ່ຮັບປະກັນບັນດາຫຼັກການ
ເຄົາຮົບອະທິປະໄຕ, ສິດເປັນເຈົ້າຕົນເອງ ແລະ ໜ້າທີ່ຄວາມຮັບຜິດຊອບ ເປັນແກ່ນສານຂອງຊາດ”.