ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມຂັດແຍ້ງ​ລະຫວ່າງ​ ຣັດ​ເຊຍ-ອູ​ແກຣນ​
ຍັງ​ຈະ​ສືບຕໍ່ຮ້າຍແຮງຂຶ້ນຖ້າມີປະເທດອື່ນເຂົ້າມາຊ່ວຍທາງທະຫານ


    ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຣັດ​ເຊຍ​ໄດ້​ດຳເນີນ​ການເຄື່ອນໄຫວ​ທາງ​ການ​ທະຫານ​ພິເສດ​ຕໍ່​ອູ​ແກຣນ​ໃນ​ວັນ​ທີ 24 ກຸມພາ​ປີ​ນີ້, ຄວາມ​ຂັດ​ແຍ້ງ​ ລະຫວ່າງ​ຣັດ​ເຊຍ​ກັບ​ອູ​ແກຣນ​ມີ​ແຕ່​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ເຖິງ​ວ່າ​ຣັດ​ເຊຍໄດ້​ພະຍາຍາມດຳເນີນ​ການ​ເຈລະຈາ​ມາ​ແລ້ວ​ຫຼາຍ​ຄັ້ງ, ບວກ​ໃສ່​ຂໍ້​ຕົກລົງ​ກ່ຽວ​ກັບ​ ການ​ສົ່ງ​ອອກ​ຜະລິດ​ຕະ​ພັນ​ກະເສດ​ຢູ່​ບັນດາ​ທ່າ​ກຳປັ່ນ​ທະເລ​ດຳ, ແຕ່​ມາ​ຮອດ​ປະຈຸ​ບັນຍັງ​ບໍ່​ເຫັນ​ຈຸດ​ທີ່​ຈະ​ສາມາດ​ບັນລຸ​ສັນຕິພາບ​ໄດ້. ພາຍຫຼັງ​ການເຄື່ອນ ໄຫວພິເສດ​ທາງ​ການ​ທະຫານ​ຂອງ​ຣັດ​ເຊຍ​ຕໍ່​ອູ​ແກຣນ, ຄວາມ​ຂັດ​ແຍ້ງ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ວ່ອງໄວ, ຄ່ອຍໆ​ແຜ່​ລາມ​ອອກ​ຈາກ​ເຂດ ດອນ​ບັດໄປ​ຍັງ​ຫຼາຍ​ແຫ່ງ​ຢູ່​ພາກ​ຕາເວັນ​ອອກ​ຂອງ​ອູ​ແກຣນ. ຫຼັງ​ຈາກ​ນັ້ນ, ກອງທັບ​ອູ​ແກຣນ​ໄດ້​ດຳເນີນ​ການ​ບຸກ​ໂຈມ​ຕີ​ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ອົງການ​ ສືບ​ລັບ​ທາງ​ການ​ທະຫານ​ຈາກ​ສະຫະລັດ ແລະ ຝ່າຍ​ຕາເວັນຕົກ.

     ວັນ​ທີ 5 ຕຸລາ, ທ່ານ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ ໄດ້​ຮັບຮອງ​ເອົາໂດ​ເນ​​ັສ, ລູ​ຮັນ ແລະ ເຄີ​ຊອນ ແລະ ​ໄດ້​ລົງ​ນາມ​ໃນ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ ສຳລັບ​ການ​ຮັບຮອງ​ເອົາ​ 4 ເຂດດັ່ງກ່າວເຂົ້າເປັນສ່ວນໜຶ່ງຂອງດິນແດນ​ຣັດເຊຍ. ວັນ​ທີ 8 ຕຸລາ​, ອູ​ແກຣນ ໄດ້​ກໍ່​ເຫດການ​ລະເບີດ​ຂົວ ໄຄຣ​ເມຍ ຍິ່ງ​ເຮັດ​ ໃຫ້​ສະພາບ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ເລີ່ມ​ແຕ່​ວັນ​ທີ 10 ຕຸລາ ເປັນຕົ້ນມາ, ກອງທັບ​ຣັດເຊຍສືບຕໍ່​ດຳ ເນີນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ໃສ່​ກອງ​ບັນຊາ​ການ​ທະ ຫານ ແລະ ບັນດາ​ສະຖານທີ່​ສື່ສານ​ຂອງ​ອູ​ແກຣນ. ນອກ​ນັ້ນ​ທັງ​ສອງ​ໄດ້​ມີ​ການ​ປະ​ທະ​​ກັັນ​ຢ່າງ​ຮຸນ​ແຮງ​ມາ​ຈົນ​ຮອດ​ປັດຈຸບັນ. ນັກ​ວິເຄາະ​ຫຼາຍຄົນ​ໃຫ້​ທັດສະ ນະວ່າ: ຄວາມ​ຂັດ​ແຍ້ງ​ກັນ​ລະຫວ່າງ​ຣັດ​ເຊຍ-ອູ​ແກຣນ ແມ່ນ​ຍັງ​ຈະ​ສືບຕໍ່​ອີກ​ດົນ, ການ​ປະ ສານ​ງານ​ລະຫວ່າງ​ສອງ​ປະເທດ​ກໍ່​ຍັງ​ບໍ່​ມີ​ທ່າ​ທີ່​ຈະ​ບັນລຸ​ສັນຕິພາບ ​ໄດ້. ອີກ​ດ້ານ​ໜຶ່ງ, ​ໂດຍ​ສະ​ເພາະ​ອາ​ເມ​ລິ​ກາ ​ແລະ ຕາ​ເວັນ​ຕົກຍັງ​ສົ່ງ​ອາວຸດ ​ແລະ ພາຫະນະ​ສົງຄາມ​ຕ່າງໆ​ເຂົ້າ​ມາ​ອູ​ແກຣນ ຖ້າ​ຫາກ​ອູ​ແກຣນ​ຍັງ​ສືບ​ຕໍ່​ເພີ່ມ​ທະ ວີ​ການພົວພັນ​ກັບ​ພາຍ​ນອກ, ອາດ​ຈະ​ຍິ່ງ​ເພີ່ມ​ຄວາມ​ເຄັ່ງຕຶງ ແລະ​ ອາດ​ຈະ​ແຜ່​ລາມ​ເປັນ​ວົງ​ກວ້​​າງອອກກໍເປັນ​ໄດ້.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2022