ເກີດເຫດລະເບີດເທິງເຮືອໃນປະເທດມຽນມາ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 18 ທັນວາ 2022, ເຈົ້າໜ້າທີ່ມອດໄຟເມືອງກຽວໂຕດາ ນະຄອນຢາງກຸ້ງ ຂອງມຽນມາລາຍງານໃຫ້ຮູ້ວ່າ:
ເວລາ
ປະມານ 19:00 ໂມງ ຂອງວັນທີ 18 ທັນວານີ້, ໄດ້ເກີດເຫດລະເບີດຢູ່ເທິງເຮືອຂ້າມຟາກລະຫວ່າງນະຄອນຢາງກຸ້ງໄປຍັງເມືອງດາລາ,
ເຮັດໃຫ້ມີຜູ້ເສຍຊີ
ວິດ 17 ຄົນ ແລະ ປະຊາຊົນໄດ້ຮັບບາດເຈັບອີກຫຼາຍຄົນ. ເຈົ້າໜ້າທີ່ໜ່ວຍມອດໄຟ ແລະ ກູ້ໄພມຽນມາໃຫ້ຮູ້ວ່າ:
ເຮືອລຳນີ້ກຳລັງເດີນທາງຈາກນະຄອນ
ຢາງກຸ້ງ ໄປເມືອງດາລາໃນເວລາເກີດເຫດ, ເຊິ່ງເປັນເຮືອຂ້າມຟາກທີ່ມີສອງຊັ້ນ ແລະ ການລະເບີດໄດ້ເກີດຂຶ້ນຢູ່ຊັ້ນລຸ່ມ. ຫຼັງຈາກເກີດເຫດ
ເຈົ້າໜ້າທີ່ກູ້ໄພ
ໄດ້ນຳຜູ້ບາດເຈັບໄປປິ່ນປົວຢູ່ໂຮງໝໍ ແລະ ທຳການເກັບມ້ຽນສົບຂອງຜູ້ຖືກເຄາະຮ້າຍ.
ປັດຈຸບັນເຈົ້າໜ້າທີ່ມຽນມາກຳລັງສືບສວນຫາສາເຫດຂອງການລະ
ເບີດດັ່ງກ່າວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/12/2022