ການຮ່ວມມືສາກົນເຮັດໃຫ້ເສດຖະກິດ ດີຈີຕອນຂະຫຍາຍຕົວ
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ, ໃນກອງປະຊຸມຂອງກຸ່ມເສດຖະກິດ 20 ປະເທດ ຫຼື G20, ຜູ້ນຳກຸ່ມປະເທດດັ່ງກ່າວໄດ້ມີຄວາມເຫັນວ່າ,
ການພັດທະ
ນາໂລກແມ່ນປາສະຈາກເສດຖະກິດດີຈີຕອນບໍ່ໄດ້ ແລະ ເສດຖະກິດດີຈີຕອນກໍປາສະຈາກການຮ່ວມມືສາກົນບໍ່ໄດ້ເຊັ່ນດຽວກັນ.
ໃນເວລາທີ່ຈີນເປັນເຈົ້າ
ພາບຈັດກອງປະຊຸມສຸດຍອດກຸ່ມ G20 ຢູ່ນະຄອນຫາງໂຈ່ວ ໃນປີ 2016, ຈີນໄດ້ຈັດເອົາເສດຖະກິດດີຈີຕອນເຂົ້າໃນວາລະຂອງກອງປະຊຸມສຸດຍອດກຸ່ມ
G20 ເປັນຄັ້ງທຳອິດ, ໂດຍໄດ້ນຳໜ້າສ້າງ ແລະ ເຜີຍແຜ່ “ຂໍ້ລິເລີ່ມການພັດທະນາ ແລະ ການຮ່ວມມືເສດຖະກິດດີຈີຕອນຂອງກຸ່ມ G20”
ເຊິ່ງເປັນເອກະ
ສານນະໂຍບາຍກ່ຽວກັບເສດຖະກິດດີຈີຕອນທີ່ມີຜູ້ນຳຫຼາຍປະເທດຮ່ວມກັນລົງນາມສະບັບທຳອິດໃນທົ່ວໂລກ. ຈີນສະເໜີຂໍ້ລິເລີ່ມການພັດທະນາໂລກ,
ໃນນັ້ນ ເສດຖະກິດດີຈີຕອນຖືເປັນຂົງເຂດການຮ່ວມມືທີ່ສຳຄັນ. ໃນຖານະເປັນເວທີອັນສຳຄັນແຫ່ງການຮ່ວມມື ແລະ
ການແລກປ່ຽນດ້ານເສດຖະກິດ
ດີຈີຕອນຂອງທົ່ວໂລກ, ຈີນໄດ້ເປັນເຈົ້າພາບຈັດກອງປະຊຸມອິນເຕີເນັດໂລກເປັນເວລາ 9 ປີລຽນຕິດ.
ວັນທີ 9 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຊີ້ໃຫ້ເຫັນໃນເວລາສົ່ງສານຊົມເຊີຍເຖິງກອງປະຊຸມສຸດຍອດອູເຈີ້ນ ເຊິ່ງເປັນກອງປະຊຸມອິນ ເຕີເນັດໂລກ 2022 ວ່າ: ເມື່ອປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຈາກການຫັນເປັນດີຈີຕອນ, ປະຊາຄົມໂລກຄວນເພີ່ມທະວີການສົນທະນາ ແລະ ແລກປ່ຽນກັນ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ.
ວັນທີ 16 ພະຈິກ 2022 ນີ້, ໃນເວລາປຶກສາຫາລືກ່ຽວກັບບັນຫາການຫັນເປັນດີຈີຕອນໃນກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20, ທ່ານປະ ທານ ສີຈິ້ນຜິງ ໄດ້ມີຂໍ້ສະເໜີ 3 ຂໍ້ກ່ຽວກັບບັນຫາດັ່ງກ່າວ ຄື: 1, ຕ້ອງຍຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມທະວີການຮ່ວມມືສາກົນ; 2, ຕ້ອງຍຶດໝັ້ນຖືການ ພັດທະນາເປັນບູລິມະສິດ, ຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນ; 3, ຕ້ອງຍຶດໝັ້ນການພັດທະນາທີ່ຂັບເຄື່ອນດ້ວຍການປະດິດສ້າງ ເພື່ອປະກອບສ່ວນເຂົ້າໃນ ການຟື້ນຟູເສດຖະກິດໂລກພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/11/2022