ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ສໍານັກຂ່າວສານຫວຽດນາມ ລາຍງານໃຫ້ຮູ້ວ່າ: ຫວຽດນາມ ແລະ ສິງກະໂປຢັ້ງຢືນຄືນໃໝ່
ບັນດາການພົວພັນມິດຕະພາບດ້ານປ້ອງກັນຊາດລະຫວ່າງ
ສອງຝ່າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແໜ້ນແຟ້ນຂຶ້ນກວ່າເກົາ. ໃນວາລະການສົນທະນາ
ນະໂຍບາຍປ້ອງກັນ
ຊາດ ຫວຽດນາມ-ສິງກະໂປ (DPD) ຄັ້ງທີ 13 ເຊິ່ງຈັດຂຶ້ນຢູ່ສິງກະໂປ ໃນທ້າຍອາທິດທີ່ຜ່ານມາ. ມີ ພົນໂທ ຮ່ວາງ ຊວນຈ໊ຽນ
ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ຈັນ ເຮັງກີ ເລຂາປະຈຳກະຊວງປ້ອງກັນປະເທດ ສິງກະໂປ ເປັນປະທານຮ່ວມໃນວາລະສົນທະນາຄັ້ງນີ້.
ການສົນທະນາ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະທີ່ຈະມາເຖິງໃຫ້ສືບຕໍ່ເພີ່ມທະວີການຮ່ວມມືໃນບາງຂົງເຂດຈຸດສຸມຄື: ແລກປ່ຽນບົດຮຽນ ຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ, ຮ່ວມມື ແລະ ແລກປ່ຽນລະຫວ່າງບັນດາກຳລັງກອງທັບເຮືອ, ກອງທັບອາກາດ, ຕຳຫຼວດທະເລສອງປະເທດ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນບາງຂົງເຂດ.
ກ່ອນໜ້ານັ້ນ, ພົນໂທ ຮ່ວາງ ຊວນຈ໊ຽນ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຮັງຈິຮາວ ລັດຖະມົນຕີ ຮັບຜິດຊອບດ້ານປ້ອງກັນປະເທດ ສິງກະໂປ. ພ້ອມນັ້ນ ທ່ານ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມສູນແບ່ງປັນຂໍ້ມູນຂ່າວສານທາງທະເລ (IFC) ຢູ່ຖານທີ່ໝັ້ນກອງ ທັບເຮືອຈັນຈິ ແລະ ເຮັດວຽກກັບສະຖາບັນສາກົນຄົ້ນຄ້ວາຍຸດທະສາດ (ອັງກິດ) ຢູ່ພາກພື້ນ ອາຊີ (IISS – Asia).
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/11/2022