ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດພິທີການແຂ່ງຂັນຍິງປືນທະຫານບົກ ບັນດາປະເທດອາຊຽນ ຄັ້ງທີ 30


    ສຳນັກຂ່າວສານ ຫວຽດນາມ ລາຍງານໃນວັນທີ 7 ພະຈິກໃຫ້ຮູ້ວ່າ: ວັນທີ 6 ພະຈິກ ທີ່ຜ່ານມາ ຢູ່ສູນເຝິກແອບທະຫານແຫ່ງຊາດ ຫວຽດນາມ ເລກ 4, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີເປີດງານແຂ່ງຂັນຍິງປືນທະຫານບົກຂອງບັນດາປະເທດອາຊຽນ ຄັ້ງທີ 30 (AARM-30) ຂຶ້ນຢ່າງເປັນ ທາງການ. ງານແຂ່ງຂັນຄັ້ງດັ່ງກ່າວ ໄດ້ມີນັກຍິງປືນດີເດັ່ນ 10 ຄະນະ ລວມມີ 420 ຄົນ ທີ່ມາຈາກ 10 ປະເທດອາຊຽນ. ເຫດການນີ້ບໍ່ພຽງແຕ່ແມ່ນແຂ່ງ ຂັນ ລະຫວ່າງບັນດານັກຍິງປືນທີ່ມີຄວາມເກັ່ງທີ່ສຸດໃນກຳລັງທະຫານບົກຂອງບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອເພີ່ມທະວີນໍ້າໃຈ ສາມັກຄີມິດຕະພາບ, ການເຝິກແອບທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງບັນດານັກກິລາທີ່ເຂົ້າຮ່ວມງານແຂ່ງຂັນຍິງປືນທະຫານບົກອາຊຽນ ຄັ້ງທີ 30 ອີກດ້ວຍ, ທັງນີ້ ກໍ່ເປັນການປະກອບສ່ວນຮັກສາ ສັນຕິພາບ ສະຖຽນລະພາບ ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ກໍຄືໃນໂລກ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/11/2022