
ກົມໃຫຍ່ການເມືອງກອງທັບ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນຕົ້ນປີ 2020

      ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
  
     ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຮອບດ້ານໄລຍະ 6 ເດືອນຕົ້ນ ແລະ  ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງກົມໃຫຍ່
    ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ  2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ  ທອງລອຍ ສິລິວົງ ກໍາມະການສູນກາງພັກ,  ຮອງລັດຖະ
  ມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ  ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ແລະ  ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການ
  ເມືອງກອງທັບເຂົ້າຮ່ວມ. 
     ສະຫາຍ ພັນເອກ ສົມພົງ ແພງປັນຍາ  ຫົວໜ້າ ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານໄລຍະ  6 ເດືອນ
  ຕົ້ນປີຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2020, ໃນໄລຍະຜ່ານມາ ຄະນະພັກອົງການກົມໃຫຍ່ການເມືອງກອງທັບ ໄດ້ເຮັດສໍາເລັດຫນ້າ
  ທີ່ການເມືອງຂອງຕົນ ໃນການເສີມຂະຫຍາຍບົດບາດເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງ ໃຫ້ແກ່  ກະຊວງປ້ອງກັນປະເທດ ໄດ້ເປັນຢ່າງດີ, ພ້ອມທັງ
  ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາກົມກອງພ້ອມກັນຂຶ້ນກັບຈັດຕັ້ງປະຕິບັດຂົງເຂດວຽກງານຕາມພາລະບົດບາດຂອງແຕ່ລະກົມກອງຍາດໄດ້ຜົນສໍາເລັດ  ທີີ່ເປັນພື້ນຖານ
  ຫຼາຍດ້ານ, ໃນນີ້, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຕິດຕາມຊຸກຍູ້ວຽກງານຫັນລົງກໍ່ສ້າງຮາກຖານການເມືອງໂດຍສຸມໃສ່ການສ້າງບ້ານພັດທະນາ
  ຕິດພັນກັບການສ້າງທ່າສະໜາມ  3 ຂັ້ນ  ເພື່ອເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ແລະ  ໄດ້ປະກາດບ້ານປ້ອງກັນຊາດເຂັ້ມແຂງ ຢູ່ນະຄອນຫຼວງວຽງຈັນຈໍາ
  ນວນ 5 ບ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກອງທັບ ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ,
  ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊິ່ງໄດ້ກະກຽມເນື້ອໃນຮອບດ້ານໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ຕີລາ
  ຄາເພື່ອຢັ້ງຢືນກົມກອງປອດໃສ ເຂັ້ມແຂງ  ໜັກແໜ້ນ ຢູ່ບັນດາກົມກອງໃນກຳລັງຫຼວງ, ກຳລັງທ້ອງຖິ່ນໄດ້ 878 ໜ່ວຍພັກ,  ຕິດຕາມການດຳເນີນກອງປະຊຸມໃຫຍ່ຂອງ
 
  ພັກສໍາເລັດ 12 ຄະນະພັກ, ນໍາສະເໜີອອກບັດໃຫ້ສະມາຊິກພັກສົມບູນ 1.008 ສະຫາຍ, ອະນຸມັດ  ແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ 1.510 ສະຫາຍ,ເລື່ອນ
  ຊັ້ນນັບແຕ່ ຮ້ອຍຕີ ເຖິງ ພັນເອກໄດ້ 6.649 ສະຫາຍ, ຍົກຂັ້ນເງິນເດືອນແຕ່ ຮ້ອຍໂທ ເຖິງ ພັນເອກ 181 ສະຫາຍ, ອະນຸມັດໃຫ້ພະນັກງານໄປຮຽນກໍ່ສ້າງ- ບໍາລຸງຢູ່ພາຍ
  ໃນ ແລະ  ຕ່າງປະເທດຈໍານວນ 1.354 ສະຫາຍ, ແກ້ໄຂອຸດໜູນບໍານານ139 ສະຫາຍ, ໄດ້ຕິດຕາມຊຸກຍູ້ການເຄື່ອນໄຫວວຽກງານນະໂຍບາຍ ຢູ່ບັນດາກົມກອງກໍາລັງ
  ຫຼວງ-ກຳລັງທ້ອງຖິ່ນເປັນປົກກະຕິ, ດ້ານວຽກງານປະກັນສັງຄົມ ໄດ້ຮັບແບບຟອມເຮັດບັດຂຶ້ນທະບຽນໃໝ່, ຍົກຍ້າຍ, ໝົດອາຍຸລວມທັງໝົດ 20.917 ສະບັບ, ໄດ້ຊີ້ນໍາ
  ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ ແລະ ກຳມະບານອໍານວຍຄວາມສະດວກ ໃຫ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງເຂົາເຈົ້າ, ກຳແໜ້ນສະພາບການ
  ເຄື່ອນໄຫວ ຂອງພະນັກງານ-ນັກຮົບໃນກົມກອງ,  ດໍາເນີນການສືບສວນ-ສອບສວນ ແລະ ແກ້ໄຂຄະດີທີ່ເກີດຂຶ້ນ ໃນກອງທັບ ທັງໝົດ  86 ເລື່ອງ, ແກ້ໄຂແລ້ວ 35 ເລື່ອງ,
  ພວມສືບຕໍ່ດໍາເນີນ 51 ເລື່ອງ, ຕິດຕາມຊຸກຍູ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ  ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງ ປະຊຸມໃຫຍ່
  ຄັ້ງທີ  IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ບັນດາຂໍ້ກຳນົດ ແລະ  ຄໍາສັ່ງແນະນໍາຕ່າງໆ ເປັນປົກກະຕິ, ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສໍາ
  ຄັນຕ່າງໆຂອງຊາດ, ຂອງພັກ, ຂອງ ກອງທັບ  ແລະ ຂອງສາກົນ. ນອກຈາກນີ້, ກໍຍັງໄດ້ເອົາໃຈໃສ່ຊີ້ນໍາ- ນໍາພາຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມ
  ໃຫຍ່ການເມືອງກອງທັບ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ເປັນກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະ 6 ເດືອນຜ່ານມາ,
  ພ້ອມທັງໄດ້ຮຽກຮ້ອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ຈົ່ງສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳ ແໜ້ນແນວທາງ
  ນະໂຍບາຍຂອງພັກ, ຂໍ້ກຳນົດກົດລະບຽບຂອງກອງທັບ, ໜ້າທີ່ການເມືອງຂອງແຕ່ລະກົມກອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ,ເພີ່ມ
  ທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຕິດພັນກັບການປະຕິບັດຫຼັກການນໍາພາຂອງພັກບົນພື້ນຖານຫຼັກການລວມສູນປະຊາທິປະໄຕ  ເຮັດວຽກເປັນໝູ່ຄະນະແບ່ງ
  ວຽກຕ່າງຄົນຕ່າງຮັບຜິດຊອບ, ສືບຕໍ່ປັບປຸງກໍ່ສ້າງກົມໃຫຍ່ການເມືອງກອງທັບ  ໃຫ້ໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ, ຊີ້ນໍາການດໍາເນີນກອງປະຊຸມພາຍໃນ ກົມໃຫຍ່
  ການເມືອງກອງທັບ ແລະ ກອງປະຊຸມທີ່ກ່ຽວຂ້ອງໃຫ້ສໍາເລັດ, ປັບປຸງນິຕິກຳທີ່ກ່ຽວກັບການຄຸ້ມຄອງພະນັກງານບໍານານ-ພະນັກງານເສຍອົງຄະໃຫ້ສອດຄ່ອງ, ພ້ອມກັນ
  ນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານທັງ 4 ດ້ານບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ແລະ ສືບຕໍ່ປະຕິບັດແນວທາງການຕ່າງປະເທດ
  ຂອງພັກ ໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກເຮົາ.