
ປະກາດແຕ່ງຕັ້ງຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ
     ວັນທີ 30 ກໍລະກົດ2019 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ ວິທະຍາ
    ສາດ-ປະຫວັດສາດ ການທະຫານ ເພີ່ມຕື່ມຈາກຄະນະກົມທີ່ມີຢູ່ແລ້ວ  3 ສະຫາຍເປັນ 4 ສະຫາຍ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິ
  ລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ
  ແລະ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.

      ພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ  ວິທະຍາສາດ-ປະຫວັດສາດການທະຫານ
     ໃນພິທີ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ  ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
    ສະບັບເລກທີ 4380/ກປທ  ລົງວັນທີ 9 ພະຈິກ 2018 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ  ວິທະຍາສາດ-ປະຫວັດສາດ  ການທະຫານ ອີງຕາມກົດໝາຍນາຍທະຫານ
    ໃນໝວດ 4 ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ແລະ  ອີງຕາມໜັງສືສະເໜີຂອງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ລັດຖະມົນຕີກະຊວງ
    ປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ພັນໂທ ໄມຄຳ ບຸດສະດີ ເປັນຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ. ໂອກາດນີ້, ຕາງໜ້າກົມຈັດຕັ້ງພັກໄດ້ຂຶ້ນຜ່ານ
    ຂໍ້ຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ  ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກຮາກຖານກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງໄດ້ແຕ່ງຕັ້ງ
    ສະຫາຍ ພັນໂທ ໄມຄຳ ບຸດສະດີ ເປັນກຳມະການພັກ.
     ໃນຕອນທ້າຍພິທີ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້
    ໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຜູ້ເຂົ້າຮ່ວມພິທີເວົ້າລວມ ເວົ້າສະເພາະຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າກົມ  ຈົ່ງພ້ອມກັນເອົາໃຈໃສ່ສືບ ຕໍ່ປະຕິບັດຕາມ
    ມະຕິຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດ ອອກແຮງສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ດີ ກຳໄດ້ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກອງປະຊຸມໃຫຍ່ຄັ້ງທີ IV
    ຂອງຄະນະພັກກະຊວງປ້ອງກັນປະເທດມາຈັດຕັ້ງຜັນຂະຫຍາຍ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດຕໍ່ອຸດົມການ
    ສັງຄົມນິຍົມດ້ານແນວຄິດອະຄະຕິແນວຄິດຄອງເດີມແນວຄິດຂີ້ຄ້ານມັກງ່າຍງໍ້ຫງ່ຽງຄອນແຄນຂາດຄຸນທາດການເມືອງ ຂາດຄຸນສົມບັດ ແລະ ພະຍາດອາດຍາສິດອື່ນໆ
    ໃຫ້ໝົດໄປ, ຫັນມາເຝິກຝົນຫຼໍ່ຫຼອມຕົນເອງຄົ້ນຄວ້າແນວທາງຄົ້ນຄວ້າວິຊາສະເພາະ, ປັບປຸງແບບແຜນວິທີເຮັດວຽກບົນພື້ນຖານເຄົາລົບຫຼັກການລວມສູນປະຊາທິປະໄຕ,
    ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ. ກ້າຄິດກ້າເຮັດກ້າຮັບຜິດຊອບຮູ້ຕຳນິກໍ່ສ້າງ ແລະ ເຄົາລົບເຊິ່ງກັນ ແລະ ກັນ ພ້ອມກັນສ້າງສາພັດທະນາວຽກງານວິທະ
    ຍາສາດ-ປະຫວັດສາດການທະຫານກອງທັບປະຊາຊົນລາວ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.