
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
  ລົງກວດກາວຽກງານອົບຮົມ-ຫັດແອບຢູ່ກອງພັນໃຫຍ່ 11 

    ພົນເອກ ຈັນສະໝອນ ຈັນຍາລາດ  ພົບປະຄະນະພັກ-ຄະນະບັນຊາ ແລະ ກວດກາວຽກງານອົບຮົມ-ຫັດແອບພາຫະນະເຕັກນິກຢູ່ກອງພັນໃຫຍ່ 11
     ວັນທີ 30 ກໍລະກົດ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະ
    ນະໄດ້ລົງພົບປະຄະນະພັກ-ຄະນະບັນຊາ ແລະ ກວດກາວຽກງານອົບຮົມ-ຫັດແອບພາຫະນະເຕັກນິກຢູ່ກອງພັນໃຫຍ່ 11, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ກົງ
    ທອງ ສຸຂະວົງ ຫົວໜ້າການທະຫານກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
     ສະຫາຍ ພັນເອກ ກົງທອງ ສຸຂະວົງ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດໜ້າທີ່ຂອງກອງພັນໃຫຍ່ 11 ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ
    ຮອບດ້ານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບ
    ມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກຳລັງ, ວຽກງານອົບຮົມ-ຫັດແອບການເມືອງ-ການທະຫານ, ວິຊາສະເພາະຄຸ້ມຄອງ, ບົວລະບັດຮັກສາພາຫະນະ-ເຕັກນິກໃຫ້ນຳ
    ໃຊ້ຍາວນານຮັບປະກັນການກຽມ ພ້ອມປະຕິບັດໜ້າທີ່-ທີ່ຂັ້ນເທິງມອບໃຫ້, ວຽກງານການສ້າງພະລາທິການກັບທີ່ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກ
    ຮົບ ແລະ ວຽກງານອື່ນໆໃຫ້ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດໄດ້ຮັບຊາບ.
     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພັນໃຫຍ່ 11 ເອົາໃຈໃສ່ສຶກສາອົບຮົມ
    ການເມືອງນຳພາແນວຄິດຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນ, ສືບຕໍ່ປະຕິບັດ 3 ໜ້າທີ່ 4 ການພົວພັນ, ໂດຍສະເພາະແມ່ນໜ້າທີ່ວຽກງານການອົບຮົມຫັດແອບ
    ການເມືອງ-ການທະຫານ ແລະ ວິຊາສະເພາະ, ພາຫະນະ-ເຕັກນິກໃຫ້ມີຄວາມຊຳນິຊຳນານຮັບປະກັນໃຫ້ແກ່ວຽກງານການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ໃນນັ້ນ
    ຕ້ອງໄດ້ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານຕາມທິດການສ້າງກອງທັບປະຕິວັດມີລະບຽບແບບແຜນ ແລະ ທັນສະໄໝ, ສືບຕໍ່ ຍູ້ແຮງວຽກ
    ງານເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ຕາມທ່າແຮງບົ່ມຊ້ອນຂອງກົມກອງ  ກໍຄືທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງ
    ກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງໃຫ້ ມີຄວາມແໜ້ນໜາຖາວອນ, ເປັນລະບົບລະບຽບຮຽບຮ້ອຍ ແລະ ສືບຕໍ່ເສີມຂະຫຍາຍວຽກງານພົວພັນຮ່ວມມືກັບຕ່າງປະເທດ
    ຕາມແນວທາງການຕ່າງປະເທດຂອງພັກວາງອອກ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ ພັກ-ລັດ ກໍຄືກອງທັບມອບໝາຍໃຫ້.
     ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະໄດ້ຮັບຊົມການສະແດງຫັດແອບຂອງເຫຼົ່າຮົບວິຊາສະເພາະເຄື່ອນທີ່ໄວຂອງກອງພັນ 586
    ກອງພັນໃຫຍ່ 11, ກວດກາເບິ່ງພາຫະນະເຕັກ ນິກ ແລະ ຢ້ຽມຊົມພື້ນຖານການປັບປຸງກໍ່ສ້າງກົມກອງຢູ່ບັນດາກອງພັນ, ກອງຮ້ອຍເອກະລາດຂອງກອງພັນໃຫຍ່ 11 ຈຳ
  ນວນໜຶ່ງຕື່ມອີກ.