ຍິງທົດສອບສະມັດຕະພາບລູກສອນໄຟປ້ອງກັນອາກາດ
ວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສ.ເບລາຣຸດ ໄດ້ທົດສອບ ສະມັດຕະພາບຍິງລູກສອນໄຟ ປ້ອງກັນອາກາດ C-
125-2TM ຢູ່ພາກສະໜາມ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ມີ ສະຫາຍ ພົນຕີ ບາສະຕາເຍນໂກ ວາລະດີເມຍ ປາວະໂລວິດ ຮອງຜູ້ອຳນວຍການ ບໍລິສັດແຕຕຣາແອັດ ຮັບຜິດຊອບວຽກງານການ
ຮ່ວມມືເຕັກນິກການທະຫານ ສ.ເບລາຣຸດ, ມີ ຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະຮັບຜິດຊອບຊີ້ນຳ,
ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ກອງພັນ 602 ກອງພັນໃຫຍ່ 641, ກອງພັນ 609 ກອງພັນໃຫຍ່ 645 ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພາບ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນຳ ທົດສອບສະມັດຕະພາບ
ຍິງລູກສອນໄຟຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ຜ່ານການເຝິກອົບຮົມ-ຫັດແອບເປັນໄລຍະເວລາ 2 ເດືອນ, ພະນັກງານ-ນັກຮົບ ແຕ່ລະສະຫາຍ ໄດ້ເອົາໃຈໃສ່ ໃນການ
ຄົ້ນຄວ້າຮໍ່າຮຽນຢ່າງຕັ້ງໜ້າ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານວິຊາການ ໃນການໃຊ້ອຸປະກອນເຕັກນິກການທະຫານ ທີ່ທັນສະໄໝ ເປັນຕົ້ນ ແມ່ນ
ລູກສອນໄຟ ປ້ອງກັນອາກາດ ແລະ ສູນບັນຊາເຄື່ອນທີ, ຍຸດທະວິທີ ບັນຊາສູ້ຮົບປ້ອງກັນອາກາດ, ຮູບແບບ ແລະ ບັນດາວິທີການ ນຳໃຊ້ລະບົບລູກສອນ
ໄຟປ້ອງກັນອາກາດ ໃຫ້ມີຄວາມແນ່ນອນດັບສູນເປົ້າໝາຍ ໄດ້ດີ, ອຸປະກອນສືບຂ່າວ ໃນການສູ້ຮົບ ແລະ ອື່ນໆ ຂອງເຫຼົ່າຮົບປ້ອງກັນອາກາດ ຜ່ານການ
ຈັດຕັ້ງທົດສອບສະມັດຕະພາບ ຍິງລູກສອນໄຟປ້ອງກັນອາກາດ ໃນຄັ້ງນີ້ ເຫັນໄດ້ວ່າສາມາດດັບສູນເປົ້າໝາຍ ເທິງອາກາດ ໄດ້ແມນຢ້ໍາ ໃນການທໍາລາຍ
ອຸປະກອນເຄື່ອນທີ່ໄວເທິງອາກາດ ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຍ້ອງຍໍຊົມເຊີຍ
ຕໍ່ບັນດາສະຫາຍຄະນະຮັບຜິດຊອບຊີ້ນຳລວມ ແລະ ພະນັກງານວິຊາສະເພາະເຕັກນິກການທະຫານ ທຸກສະຫາຍ ທີ່ໄດ້ເຂົ້າຮ່ວມການເຝິກອົບຮົມ-ຫັດແອບ
ໃນຄັ້ງນີ້ ແລະ ໄດ້ຮັບຜົນສຳເລັດ ເປັນຢ່າງດີ ໃນເວລາປະຕິບັດໜ້າທີ່ຕົວຈິງ ສາມາດຮັບປະກັນໄດ້ຄວາມປອດໄພ, ມີຄວາມເດັດຂາດໃນການບັນຊາສູ້ຮົບ
ແລະ ທົດສອບສະມັດຕະພາບຂອງລູກສອນໄຟປ້ອງກັນອາກາດ, ພ້ອມທັງໃຫ້ຍົກສູງຄວາມຮັບຜິດຊອບການເມືອງ ແລະ ວິຊາສະເພາະຂອງຕົນໃຫ້ສູງເດັ່ນ,
ສືບຕໍ່ປັບປຸງກໍ່ສ້າງເຫຼົ່າຮົບປ້ອງກັນອາກາດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກການທະຫານ ໃຫ້ສູງເດັ່ນປະ
ກອບສ່ວນສໍາຄັນເຂົ້າໃນການສ້າງກອງທັບ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຮອບດ້ານ ແລະ ມີແບບແຜນທັນສະໄໝ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/05/2022