ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືເປັນເອກະພາບກ່ຽວກັບໂຄງການກໍ່ສ້າງ
ເຂດອານຸສອນສະຖານກອງໄຊຈັກກະພັດ


ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ ເປັນ​ປະທານ

     ຕອນແລງຂອງ ວັນທີ 27 ມັງກອນ 2022 ນີ້ ຢູ່ຫ້ອງກອງປະຊຸມ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດໃຫ້ມີກອງປະຊຸມ ເພື່ອປຶກສາຫາ
ລືເອກະພາບກັນ ລະຫວ່າງ ກະຊວງປ້ອງກັນປະເທດ ແລະ ອົງການປົກຄອງທ້ອງຖິ່ນ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມ
ມະກອນ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ເລຂາພັກແຂວງຈຳປາສັກ ມີບັນດາທ່ານຕາງໜ້າຈາກກົມເສນາ ກົມໃຫຍ່ພະລາທິການ ແລະ ກົມ
ວິທະຍາສາດ-ປະຫວັດສາດ ການທະຫານ ພາກສ່ວນກ່ຽວຂ້ອງ ຈາກກອງບັນຊາການທະຫານແຂວງຈຳປາສັກ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ສຸໄກ ພີມມະສອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະ
ພາບລວມກ່ຽວກັບ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ຢູ່ພາຍໃນ ແຂວງຈຳປາສັກ ເຫັນວ່າປັດຈຸບັນ ພາຍໃນແຂວງ ມີຄວາມສະຫງົບພື້ນ
ຖານດີ ປະຊາຊົນ ຢູ່ທາງທຳມາຫາກິນ ເຊິ່ງໄລຍະປັດຈຸບັນ ການນຳຂອງແຂວງ ແລະ ກອງບັນຊາທະຫານແຂວງ ໄດ້ລົງຮາກຖານພົບປະກົມກອງຮາກຖານ
ພົບປະບັນດາເມືອງ ເພື່ອເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ ຢ່າງເປັນຂະບວນການຟົດຟື້ນສຳລັບວຽກຂັ້ນເທິງ ລົງມາຕິດຕາມກວດກາ
ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການສືບຕໍ່ກໍ່ສ້າງປະຕິສັງຂອນຄືນເຂດອານຸສອນສະຖານ ກອງໄຊຈັກ
ກະພັດ ຢູ່ ເມືອງໂພນທອງ ແຂວງຈຳປາສັກ ແມ່ນປະຕິບັດຕາມທິດຊີ້ນຳ ຂອງຂັ້ນເທິງ ໂດຍສະເພາະເຈົ້າຂອງໂຄງການ ກົມ ວິທະຍາສາດ-ປະຫວັດສາດ
ການທະຫານ ກະຊວງປ້ອງກັນປະເທດ ໄດ້ມອບໝາຍ ໃຫ້ບໍລິສັດດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ ຮັບເໝົາກໍ່ສ້າງຕາມສັນຍາທີໜຶ່ງແມ່ນບຸກເບີກເສັ້ນທາງ
ເຂົ້າຕາມການລາຍງານຂອງທາງບໍລິສັດ ແມ່ນເຫັນວ່າສຳເລັດ 36% ຂອງໜ້າວຽກ ພາຍຫຼັງຄະນະຮັບຜິດຊອບ ລົງຕິດຕາມຄວາມຄືບໜ້າຂອງ ໂຄງການ
ບໍລິສັດຜູ້ຮັບເໝົາກໍ່ສ້າງປະຕິບັດຕາມສັນຍາທີໜຶ່ງ ແມ່ນຈະໄດ້ສືບຕໍ່ສັນຍາທີສອງ ເພື່ອເອົາໄຟຟ້າເຂົ້າໄປໃນເຂດຈຸດບ່ອນທີ່ຈະສ້າງຕັ້ງຄ້າຍຈຳລອງຂອງ
ກອງໄຊຈັກກະພັດ ຈາກນັ້ນຈຶ່ງສືບຕໍ່ສັນຍາໃນໜ້າວຽກຕໍ່ໆໄປຈົນສຳເລັດ ການເຮັດແບບນີ້ແມ່ນ ເພື່ອອຳນວຍຄວາມສະດວກໃຫ້ຄະນະຮັບຜິດຊອບ ໃນ
ການຕິດຕາມກວດກາ ແລະ ແກ້ໄຂແຕ່ຫົວທີໄດ້ໄວຖ້າບໍ່ມີຄວາມຄືບໜ້າຂອງໂຄງການ ແມ່ນຈະໄດ້ຄົ້ນຄວ້າໄປແນວໃໝ່ໃນໂອກາດນີ້ ທ່ານ ເຈົ້າແຂວງ
ແຂວງຈຳປາສັກ ແລະ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍ່ໄດ້ມີຄຳເຫັນໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການກໍ່ສ້າງກອງໄຊຈັກ
ກະພັດ ແມ່ນເຫັນວ່າມີຄວາມຈຳເປັນດັ່ງນັ້ນລັດຖະບານຈຶ່ງນຳໃຊ້ຫງົບປະມານຂອງລັດຄາດວ່າ 100 ກວ່າຕື້ ເຂົ້າໃນການກໍ່ສ້າງ ເພື່ອໃຫ້ເປັນແຫຼ່ງທ່ອງ
ທ່ຽວທາງປະຫວັດສາດກອງທັບ ເພາະຢູ່ພາກໃຕ້ຂອງລາວແມ່ນກອງໄຊຈັກກະພັດ ເປັນກອງທຳອິດໃນການປະກອບສ່ວນພາລະກິດຕີສັດຕູຂັບໄລ່ຈັກກະ
ພັດຜູ້ຮຸກຮານຈົນສາມາດສະຖາປະນາປະເທດຊາດ ແລະ ນຳພາປະເທດຊາດກ້າວສູ່ຄວາມຈະເລີນຮຸ່ງເຮືອງຈົນເທົ່າທຸກວັນນີ້ ຖ້າຫາກໂຄງການສຳເລັດ ຈະ
ເປັນໃບໜ້າອັນໃໝ່ໃຫ້ປະຊາຊົນຊາວ ເມືອງໂພນທອງ ມີແຫຼ່ງທ່ອງທ່ຽວເພີ່ມອີກ ແລະ ເປັນບ່ອນຮຽນຮູ້ສຶກສາອົບຮົມໃຫ້ຄົນລຸ້ນໃໝ່ໄດ້ຮຽນຮູ້ປະຫວັດ
ສາດຂອງ ກອງທັບປະຊາຊົນລາວ ຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/01/2022