ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 3 ແຂວງ, 1 ນະຄອນຫຼວງ
ແລະ 2 ກອງພົນ ປະຈຳສົກປີ 2020-2021


     ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ ຄື: ແຂວງໄຊຍະບູລີ, ຫຼວງພະບາງ,
ວຽງຈັນ, ນະຄອນຫຼວງວຽງຈັນ, ກອງພົນທີ 1 ແລະ ກອງພົນທີ 2 ປະຈຳສົກປີ 2020-2021 ແລະ ວາງທິດທາງແຜນການປີ 2022 ໄດ້ຈັດຂຶ້ນທີ່ແຂວງ
ໄຊຍະບູລີ ໃນລະຫວ່າງວັນທີ 27-28 ທັນວາ ນີ້, ໂດຍການເຂົ້າຮ່ວມເປັນ ປະທານຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຄະນະກຳມະການ ປກຊ-ປກສ
ສູນກາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ປະທານຄະນະກຳມະການ ປກຊ-
ປກສ ແຂວງ , ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ປະທານຄະນະກຳມະການປກຊ-ປກສ ແຂວງ, ມີບັນດາ ສະຫາຍ ປະທານ, ຮອງປະທານ
ຄະນະກຳມະການ ປກຊ-ປກສ 3 ແຂວງ, 1 ນະຄອນຫຼວງ ແລະ ຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຄະນະພັກ-ຄະນະບັນຊາກອງພົນທີ 1, ກອງພົນທີ 2, ກອງພັນໃຫຍ່ 301, ກົມກອງອ້ອມຂ້າງແຂວງ
ແລະ ຜູ້ແທນບັນດາເມືອງ ເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ແຂວງໄຊຍະບູລີ, ຫົວໜ້າການ
ເມືອງ ກອງບັນຊາການທະຫານແຂວງ ຕາງໜ້າໃຫ້ 3 ແຂວງ, 1 ນະຄອນຫຼວງ ແລະ 2 ກອງພົນ ຜ່ານບົດສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ປະຈຳສົກປີ 2020-2021 ແລະ ວາງທິດທາງແຜນການປີ 2022 ໂດຍສັງລວມແລ້ວ ເຫັນວ່າ: ໃນໄລຍະ 2 ປີຜ່ານມາ 3 ແຂວງ, 1 ນະຄອນ
ຫຼວງ ແລະ 2 ກອງພົນ ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຮອບດ້ານ ຕິດພັນກັບ ວຽກງານ 3 ສ້າງ ຢ່າງເປັນຂະບວນ
ແລະ ມີຈຸດສຸມ ໂດຍຫັນ ພະນັກງານລົງກໍ່ສ້າງຮາກຖານ ການເມືອງ ສ້າງບ້ານ, ກຸ່ມບ້ານພັດທະນາ, ບ້ານສາມສ້າງ, ບ້ານປ້ອງກັນຊາດ-ປ້ອງກັນຄວາມ ສະ
ຫງົບ ເຂັ້ມແຂງ ຕິດພັນກັບການສ້າງບ້ານສູ້ຮົບຕິດລຽນ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຮາກຖານ ໃຫ້ມີຄວາມເຂັ້ມແຂງໜັກ
ແໜ້ນ, ເອົາໃຈໃສ່ນໍາພາ, ຄຸ້ມຄອງ, ຈັດຕັ້ງເຝິກອົບຮົມ-ຫັດແອບ ສິລະປະຍຸດ-ຍຸດທະວິທີ, ອົບຮົມກ່ຽວກັບພາລະບົດບາດ, ຂອບເຂດສິດ, ໜ້າທີ່ຂອງ
ກອງຫຼອນ, ປກສ ບ້ານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮູ້, ຄວາມສາມາດ ໃນການເຄື່ອນໄຫວປະຕິບັດໜ້າທີ່, ເຮັດໃຫ້ກໍາລັງກອງຫຼອນ, ປກສ ບ້ານ
ກາຍເປັນກໍາລັງຫຼັກແຫຼ່ງ ໃນການປົກປັກຮັກສາຄວາມສະຫງົບສຸກ ຂອງທ້ອງຖິ່ນ, ຮາກຖານຢ່າງແທ້ຈິງ.

     ໄດ້ຈັດຕັ້ງກໍາລັງເຄື່ອນໄຫວລາດຕະເວນ, ຈຸດຫຼໍ່ແລມ, ຊອກຄົ້ນ, ແກ້ໄຂ ເຂດທີ່ຍັງບໍ່ທັນມີຄວາມສະຫງົບ, ສົມທົບກັບການແກ້ໄຂບັນດາ ເປົ້າໝາຍ
ຕ່າງໆ ຕາມຄວາມຮັບຜິດຊອບຂອງແຕ່ລະກົມກອງ. ຜ່ານການເຄື່ອນໄຫວຕົວຈິງສາມາດແກ້ໄຂພວກເລື່ອຍລອຍຢູ່ປ່າ, ແກ້ໄຂເປົ້າໝາຍຄ້າມະນຸດ, ເປົ້າ
ໝາຍເຄື່ອນໄຫວໂຈລະກຳ ຂໍ້ມູນຂ່າວສານການເງິນ, ຄ້າອາວຸດເສິກ, ຢາເສບຕິດ, ປຸ້ນຈີ້ ຊີງຊັບ, ຂີ້ລັກງັດແງະ, ຍັກຍອກ ສໍ້ໂກງຊັບພົນລະເມືອງ ແລະ
ອື່ນໆ. ໄລຍະ 2 ປີຜ່ານມາມີຄະດີ ເກີດຂຶ້ນທັງໝົດ 6.410 ເລື່ອງ, ໃນນັ້ນ ຄະດີຢາເສບຕິດ 3.149 ເລື່ອງ, ກັກຕົວຜູ້ຖືກຫາ 4.907 ຄົນ, ຍິງ 587 ຄົນ,
ຄົນຕ່າງປະເທດ 23 ຄົນ, ສະພາບອຸປະຕິເຫດເກີດຂຶ້ນ ທັງໝົດ 4.181 ລາຍ, ພາຫະນະເປ່ເພ 47.353 ຄັນ, ໃຊ້ການບໍ່ໄດ້ 178 ຄັນ, ຄົນ ໄດ້ຮັບບາດ
ເຈັບ 5.384 ຄົນ, ເສຍຊີວິດ 794 ຄົນ, ຍິງ 60 ຄົນ, ມູນຄ່າເສຍຫາຍປະມານ 34.242 ລ້ານກວ່າກີບ (ໃນນັ້ນ ສະເພາະຢູ່ໃນ ແຂວງໄຊຍະບູລີ, ອຸບັດ
ຕິເຫດເກີດຂຶ້ນທັງໝົດ 699 ລາຍ, ມີຄົນເສຍຊີວິດ 123 ຄົນ, ຍິງ 22 ຄົນ ທຽບໃສ່ປີຜ່ານມາ ຄົນເສຍຊີວິດເພີ່ມຂຶ້ນ 27 ຄົນ, ຍິງ 13 ຄົນ). ອັກຄີໄພ
ເກີດຂຶ້ນທັງໝົດ 235 ຄັ້ງ, ມູນຄ່າເສຍຫາຍ 69 ພັນລ້ານກວ່າກີບ, ຄໍາ 28 ບາດ, ເງິນ 23.000 ໂດລາ ສາເຫດ ຍ້ອນຂາດສະຕິ ໃນການນໍາໃຊ້ໄຟຟ້າ,
ໄຟຟ້າລັດວົງຈອນ, ຈຸດທູບທຽນ ບູຊາ ແລະ ອື່ນໆ. ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນຢູ່ 3 ແຂວງ, 1 ນະຄອນຫຼວງ ໃນໄລຍະຜ່ານມາ ການນໍາແຂວງ,
ກໍາລັງ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ເອົາໃຈໃສ່ ສະກັດກັ້ນ-ແກ້ໄຂ ດ້ວຍຫຼາຍຮູບການ, ຫຼາຍວິທີ, ຫຼາຍມາດຕະການ ຕາມລະບຽບກົດ
ໝາຍເຮັັດ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ປະຊາຊົນສ່ວນຫຼາຍມີແນວຄິດຫຼັກໝັ້ນ, ອຸ່ນອຽນ, ທຸ່ນທ່ຽງ, ເຊື່ອມຊຶມ
ຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ແລະ ປະກອບສ່ວນ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເປັນເຈົ້າ
ການ, ທາງດ້ານເສດຖະກິດ-ວັດທະນະທໍາສັງຄົມ ມີການພັດທະນາ, ຊີວິດເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

     ໃນກອງປະຊຸມ ບັນດາຜູ້ແທນ ທີ່ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ, ມີວິທະຍາສາດ ເພື່ອເຮັດໃຫ້ບົດສະຫຼຸຸບມີເນື້ອໃນຄົບ
ຖ້ວນ ສົມບູນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຕາມທິດທາງແຜນການ ທີ່ວາງໄວ້. ໃນໂອກາດດັ່ງກ່າວ, ສະຫາຍ ພົນ
ເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະກຳມະການ ປກຊ-ປກສ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງມີຄວາມຮັບ
ຜິດຊອບ ແລະ ມີຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ປະທານ, ຮອງປະທານຄະນະກຳມະການ ປກຊ-ປກສ 3 ແຂວງ, 1 ນະ
ຄອນ ຫຼວງ, ຄະນະພັກ-ຄະນະບັນຊາກອງພົນ ທີ1, ທີ 2, ກອງພັນໃຫຍ່ 301, ກົມກອງອ້ອມຂ້າງແຂວງ ແລະ ຜູ້ແທນບັນດາເມືອງ ທີ່ເຂົ້າຮ່ວມ ກອງປະ
ຊຸມໃຫ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ປະຕິບັດຫຼັກ
ການ ລວມສູນປະຊາທິປະໄຕ ເຮັດວຽກ ເປັນໝູ່ຄະນະບຸກຄົນຮັບຜິດຊອບ, ສິ່ງສຳຄັນແມ່ນເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ເພື່ອເປັນຈິດ
ໜຶ່ງໃຈດຽວ ໃນການປະຕິບັດຕາມແນວທາງຂອງພັກ, ມະຕິຄຳສັ່ງຂອງຂັ້ນເທິງ ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ເປັນຕົ້ນແມ່ນສຸມໃສ່ປະຕິບັດວາ
ລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍຫຼັກການເດັດຂາດ, ໂປ່ງໃສ, ເປັນມືອາຊີບ ໃຫ້ມີຜົນສໍາເລັດຕາມຄາດໝາຍ ແລະ ເວລາທີ່ກຳນົດ
ໄວ້, ຕັ້ງໜ້າ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຢູ່ໃນກຳລັງໃຫ້ໝົດໄປ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ການສວຍໃຊ້ ໜ້າທີ່ຕຳແໜ່ງ
ໃນທາງທີ່ບໍ່ຖືກຕ້ອງ ໃຫ້ເດັດຂາດ ຫາກເກີດຂຶ້ນບ່ອນໃດ ແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ. ພ້ອມກັນສ້າງເສດຖະກິດ-ສ້າງພະລາທິການກັບທີ່ ໂດຍການ
ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ ຕາມທ່າແຮງທີ່ມີ ເພື່ອສ້າງແຂວງ ໃຫ້ມີຄວາມຈະເລີນສີວິໄລ ມີຄວາມສະຫງົບ ເປັນລະ
ບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/12/2021