ກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ສະຫຼຸບຕີລາຄາ
ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 27 ພຶດສະພາ 2022 ນີ້, ກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມ
ແຂງ ໜັກແໜ້ນ ປະຈໍາສົກປີ 2021-2022 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ວັນລະວົງ ນັນທະວົງ ເລຂາໜ່ວຍພັກ ຫົວໜ້າ ກົມນະໂຍບາຍກົມໃຫຍ່ການ
ເມືອງກອງທັບ ພ້ອມຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ ສົມບູນ-ສຳຮອງເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທອນ ພັນທອງສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ຍົກໃຫ້ເຫັນວ່າ: ໃນໄລ
ຍະຜ່ານມາ ຄະນະພັກ-ຄະນະໜ່ວຍພັກ ແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນຳໜ່ວຍພັກຂອງຕົນໃນການຈັດຕັ້ງເຄື່ອນໄຫວຍົກສູງສະຕິຄວາມ ເປັນເຈົ້າການເພີ່ມ
ທະວີບົດບາດຄວາມຮັບຜິດຊອບ ຊີ້ນຳສະມາຊິກພັກ ເຮັດສຳເລັດໜ້າທີ່ ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຖືເອົາການສຶກສາອົບຮົມການ
ເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ-ລັດ, ມີສິນທຳປະຕິວັດ, ມີ
ຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ, ມີນ້ຳໃຈຮັກຊາດ ແລະ ຄວາມສາມັກຄີພາຍໃນ, ບົນພື້ນຖານໃນການນໍາພາເຮັດວຽກຂອງຄະນະ
ໜ່ວຍພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະຕິດສ້າງຂອງໝູ່ຄະນະ ແລະ
ສະມາຊິກພັກ, ປະຕິບັດຂໍ້ກໍານົດກົດລະບຽບຂອງພັກ ແລະ ລະບອບດຳເນີນຊີວິດຂອງຈຸພັກ, ໜ່ວຍພັກໃຫ້ເຂັ້ມງວດ ເພື່ອກໍ່ສ້າງໜ່ວຍພັກ, ສະມາຊິກພັກ
ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານປະຕິບັດຖືກຕ້ອງຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງພັກ ໂດຍຖືເອົາ ການກໍ່ສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກອງ 3 ປອດເປັນຕົ້ນຕໍ ເຮັດໃຫ້ຄຸນນະພາບການນຳພາຂອງໜ່ວຍພັກໄດ້ຮັບການປັບປຸງຕີຂື້ນ. ໃນນີ້, ໜ່ວຍ
ພັກກົມນະໂຍບາຍມີສະມາຊິກພັກທັງໝົດ 24 ສະຫາຍ, ຍິງ 3 ສະຫາຍ ຜ່ານການສະຫຼຸບຕີລາຄາຕາມມາດຖານເງື່ອນໄຂມີສະມາຊິກ ພັກແຂງ 22 ຫາຍ,
ສະມາຊິກ ພັກກາງ 2 ສະຫາຍ ແລະ ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/05/2022