ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບເອກອັກຄະລາຊະທູດ
ແລະ ທູດທະຫານຍີ່ປຸ່ນຄົນໃໝ່ປະຈຳ ສປປ ລາວ

     ທີ່ຫ້ອງຮັບແຂກຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວໄດ້ໃຫ້
ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ແລະ
ທ່ານ ພັນໂທ ເຊຈິ ໂຢຊີດະ ທີ່ປຶກສາທູດຝ່າຍທະຫານຢີ່ປຸ່ນ ວ່າການປະຈຳລາວ ເນື່ອງໃນໂອກາດທ່ານມາສະເໜີຕົວປະຕິບັດໜ້າທີ່ເປັນທີ່ປຶກສາທູດດ້ານ
ປ້ອງກັນຊາດຄົນໃໝ່ປະຈຳ ສປປ ລາວ ໃນຕອນບ່າຍຂອງ ວັນທີ 27 ເມສາ 2018 ນີ້.


ພົນຕີ ອ່ອນສີ ແສນສຸກ ຕ້ອນຮັບເອກອັກຄະລາຊະທູດ ແລະ ທູດທະຫານຍີ່ປຸ່ນຄົນໃໝ່ ປະຈຳ ສປປ ລາວ

     ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ທາເກຊິ ຮິກິຮາຣະ ແລະ ພັນ
ໂທ ເຊຈິ ໂຢຊີດະ ທີ່ມາພົບປະເພື່ອປຶກສາຫາລືກ່ຽວກັບການຮ່ວມມືຂອງສອງຝ່າຍໃນຄັ້ງນີ້, ພ້ອມນັ້ນກໍໄດ້ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະ
ຫວ່າງສອງຝ່າຍໃນໄລຍະຜ່ານມາ ເຊິ່ງສອງປະເທດໄດ້ມີການພົວພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ
ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນ ແລະ ສາກົນ ພ້ອມທັງເຊື່ອໝັ້ນວ່າໃນຕໍ່ໜ້າການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການແລກ
ປ່ຽນບົດຮຽນຮ່ວມກັນລະຫວ່າງສອງປະເທດ ຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນທີ່ດີຍິ່ງໆຂຶ້ນ ເປັນຕົ້ນໃຫ້ການຊ່ວຍເຫຼືອໃນການຕ້ານ ໄພພິບັດ
ທຳມະຊາດ.

     ໃນໂອກາດດຽວກັນ, ທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດປະເທດຢີ່ປຸ່ນ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າຈະສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມ
ຂະຫຍາຍສາຍພົວພັນມິດຕະພາບທີ່ດີຕໍ່ກັນ ລະຫວ່າງ ສອງຊາດ ຢີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.