ລັດຖະມົນຕີກະຊວງປ້ອງກັນປະເທດ
ຕ້ອນຮັບຜູ້ບັນຊາການທະຫານບົກກອງທັບໄທ ເຂົ້າຢ້ຽມຂ່ຳນັບ
ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງຣາຊະອານາຈັກໄທ ນໍາໂດຍທ່ານ ພົນເອກ ນະລົງພັນ ຈິດແກ້ວແທ້ ຜູ້ບັນຊາການທະຫານບົກ ກອງທັບ
ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂື້ນຢູ່ທີ່ກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ໃນຕອນເຊົ້າວັນທີ 29 ມີນາ 2022 ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ.
ພາຍຫຼັງສໍາເລັດພິທີຕ້ອນຮັບທາງການ, ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ນໍາພາທ່ານ ພົນເອກ ນະລົງພັນ ຈິດແກ້ວແທ້ ເຂົ້າຢ້ຽມຂ່ຳນັບ ທ່ານ
ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂອກາດ ນີ້ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຕີລາ
ຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບ ແລະ ເດີນທາງ ມາເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງ ການພົວພັນຮ່ວມມືລະຫວ່າງ ສອງກອງ
ທັບ ລາວ-ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງກອງທັບ ປະຊາຊົນລາວ ກັບ ກອງທັບບົກ ແຫ່ງ ຣາຊະອານາຈັກໄທ.
ໂອກາດນີ້ ທ່ານ ພົນເອກ ນະລົງພັນ ຈິດແກ້ວແທ້ ໄດ້ສະແດງຄວາມ ຂອບອົກ ຂອບໃຈ ຕໍ່ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ໃຫ້ ການຕ້ອນ
ຮັບອັນອົບອຸ່ນດ້ວຍໄມຕີຈິດ ມິດຕະພາບ ທີ່ດີຕໍ່ກັນ ທັງເປັນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສອງກອງທັບ ໂດຍສະເພາະແມ່ນກອງທັບ
ບົກແຫ່ງຣາຊະອານາຈັກໄທ ກັບ ກອງທັບປະຊາຊົນລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດດຽວກັນນີ້, ທ່ານ ພົນເອກ ນະລົງພັນ ຈິດແກ້ວແທ້ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຢາມ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຫົວໜ້າກົມໃຫຍ່
ເສນາທິການກອງທັບປະຊາຊົນລາວ ແລະ ເຂົ້າພົບປະ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເພື່ອ
ປຶກສາຫາລືບັນດາວຽກງານທີ່ສໍາຄັນ ເປັນຕົ້ນແມ່ນວຽກງານຊາຍແດນ, ວຽກງານການແພດ, ວຽກງານການຮ່ວມມືບໍາລຸງກໍ່ສ້າງນາຍທະຫານກອງທັບປະ
ຊາຊົນລາວ ແລະ ບັນຫາອື່ນໆທີ່ສອງຝ່າຍ ໃຫ້ຄວາມສົນໃຈ. ການຢ້ຽມຢາມລາວຄັ້ງນີ້, ຄະນະຜູ້ແທນກອງທັບບົກໄທ ຍັງໄດ້ເຂົ້າວາງພວງມາລາ ຢູ່ທີ່ ອະນຸ
ສາວະລີນັກຮົບນິລະນາມ (ດາວແດງ) ທີ່ນະຄອນຫຼວງວຽງຈັນ ຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/03/2022