
ລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາສາງ ກ2
    

  ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ  ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ
  
     ວັນທີ  27 ມີນາ ນີ້, ສະຫາຍ ພົນເອກ  ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້
    ລົງຕິດຕາມການບົວລະບັດຮັກສາພາຫະນະວັດຖຸເຕັກນິກຢູ່ສາງກົນຈັກ 2 ໂດຍໄດ້ຮັບຟັງການລາຍງານ ແລະ ວິທີການປົກປັກຮັກສາພາຫະນະວັດຖຸເຕັກນິກຈາກ ສະຫາຍ
    ພັນເອກ ຊຽບລົບ ອັນເດຣ ຫົວໜ້າ  ຫ້ອງການຜູ້ຕາງໜ້າ ກະຊວງປ້ອງກັນປະເທດ ແຫ່ງ ສ  ຣັດ ເຊຍ ປະຈໍາລາວ.
     ພາຍຫຼັງທີ່ຮັບຟັງວິທີການປົກປັກຮັກສາພາຫະນະວັດຖຸເຕັກນິກແລ້ວ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຄວາມຍ້ອງຍໍຊົມເຊີຍ  ຄະນະພັກ-ຄະນະ
    ບັນຊາ, ພະນັກງານ-ນັກ ຮົບສາງ ກ2 ໃນການບົວລະບັດປົກປັກຮັກສາ, ສ ຣັດເຊຍ ທີ່ໄດ້ນໍາເອົາເຄື່ອງມືທີ່ທັນສະໄໝ  ມານໍາໃຊ້ໃນການປົກປັກຮັກສາວັດຖຸ ເຕັກນິກ ເຊິ່ງ
    ໃນໄລຍະຜ່ານ ສປປ ລາວ ການບົວລະບັດຮັກສາຍັງເປັນໄປແບບລວມໆ  ພ້ອມນັ້ນຍັງໄດ້ເນັ້ນໜັກບັນຫາການສ້າງບຸກຄະລາກອນຖືວ່າເປັນວຽກງານສໍາຄັນທີ່ສຸດ, ເອົາ
    ຜູ້ທີ່ມີຄວາມມັກຮັກກ່ຽວກັບເຕັກນິກວັດຖຸປະກອນໄປຮຽນທີ່ ສ ຣັດເຊຍ ອີກດ້ວຍ.