ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ
ປ້ອງກັນການເລືອກຕັ້ງ ສສຊ ຊຸດທີ IX ເຂດເລືອກ ຕັ້ງທີ 1


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ​ເປັນ​ປະທານ

     ໃນວັນທີ 28 ທັນວາ 2020 ນີ້, ກົມໃຫຍ່ເສນາທິການ ກອງທັບ ໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ
ປ້ອງກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົນໂທ ສຸວອນ
ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີຄະນະນຳ ກະຊວງປ້ອງກັນຄວາມສະຫງົບ, ບັນດາກົມ
ກອງກຳລັງຫຼວງໄດ້ສະຫຼຸບຕີລາຄາຄືນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການອົບຮົມຫັດແອບ, ປັບປຸງລະບຽບແບບແຜນເຝິກຝົນກໍາລັງແຮງ
ກາຍໃນ 5 ປີທີ່ຜ່ານມາ (2015-2020) ພ້ອມທັງຜ່ານທິດທາງແຜນການ, ຄາດໝາຍສູ້ຊົນ, ໜ້າທີ່ວຽກງານອົບຮົມຫັດແອບ, ປັບປຸງລະບຽບແຜນ ເຝິກ
ຝົນກໍາລັງແຮງກາຍໃນ 5 ປີຕໍ່ໜ້າ (2021-2025) ເຊິ່ງຕະຫຼອດໄລຍະທີ່ຜ່ານມາ, ກົມອົບຮົມກົມໃຫຍ່ເສນາທິການ ກອງທັບ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບ
ປຸງຮຽບຮຽງບັນດາເອກະສານຫຼັກການ ຈັດຕັ້ງອົບຮົມ 5 ຫຼັກການສິລະປະຍຸດທະຫານຮາບ, ໄດ້ສົມທົບກັບບັນດາເຫຼົ່າຮົບ, ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຈັດ
ຕັ້ງອົບຮົມຫຼັກການສິລະປະຍຸດ, ອົບຮົມການນໍາໃຊ້ອາວຸດຕາມຫຼັກການປະກອບ, ໄດ້ເປັນເສນາທິການ ໃຫ້ອົງການກົມໃຫຍ່ເສນາທິການ ໃນການຄົ້ນຄວ້າ,
ປັບປຸງ, ຮຽບຮຽງເອກະສານນິຕິກໍາ ຫຼັກການຈັດຕັ້ງອົບຮົມ ຮູບແຖວຍຸດທະວິທີທະຫານຮາບ, ນັບແຕ່ຂັ້ນບຸກຄົນ, ຈຸ, ໝູ່, ໝວດ, ກອງຮ້ອຍ, ກອງພັນ
ນ້ອຍ ພື້ນຖານໄດ້ສໍາເລັດ, ເປັນເຈົ້າການປະສານສົມທົບ ກັບບັນດາກົມກອງເຫຼົ່າຮົບ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຂອບເຂດທົ່ວປະເທດ ລົງຊຸກຍູ້,
ກວດກາ, ຕິດຕາມການຈັດຕັ້ງ ອົບຮົມ-ຫັດແອບ ຕາມຄຳສັ່ງຂອງ ກົມໃຫຍ່ເສນາທິການ ກອງທັບ, ຄໍາສັ່ງແນະນໍາຂອງກົມອົບຮົມ, ກົມວິຊາສະເພາະໃນ
ທົ່ວກອງທັບໄດ້ 153 ກົມກອງ, ຜ່ານການກວດກາຕີລາຄາຜົນໄດ້ຮັບກໍາລັງຫຼວງ 82,5%, ກໍາລັງທ້ອງຖິ່ນ 75,9%, ສະເລ່ຍໃນ 5 ປີ ຜ່ານມາປະມານ
80-85% ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມທີ່ມາຈາກບັນດາກົມກອງໃນທົ່ວກອງທັບ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນແລກປ່ຽນ
ບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍຢູ່ກົມກອງຂອງຕົນ
ໂດຍໄດ້ຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກທີ່ພົວພັນເຖິງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ທັງນີ້, ກໍເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນ
ອຸດົມສົມບູນ ແລະ ເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດວຽກງານອົບຮົມ-ຫັດແອບໃນຊຸມປີຕໍ່ໜ້າມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນ ເລື້ອຍໆ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສໍາເລັດ
ທີ່ຄະນະພັກ-ຄະນະບັນຊາ, ພະນັກງານ-ຜູ້ຮັບຜິດຊອບວຽກງານ ອົບຮົມ-ຫັດແອບ ຂອງບັນດາ ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນທົ່ວກອງທັບ ພ້ອມ
ກັນຍາດມາໄດ້ໃນຊຸມປີທີ່ຜ່ານມາ ໂດຍສະເພາະແມ່ນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງເຂົ້າໃສ່ການປະກອບຄໍາ ຄິດຄໍາເຫັນຕໍ່ເນື້ອໃນຈິດ
ໃຈກອງປະຊຸມໃນຄັ້ງນີ້ຢ່າງກົງໄປກົງມາ ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງໄດ້ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການ
ເມືອງນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ທາດແທ້ມູນເຊື້ອ
ອັນດີງາມຂອງກອງທັບ ໂດຍສະເພາະຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນເຈົ້າການ
ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຕົນ ເຂົ້າໃສ່ການຈັດຕັ້ງປະຕິບັດ, ຊີ້ນໍາ-ນຳພາວຽກງານ ອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ,
ເຝິກຝົນກໍາລັງແຮງກາຍໃຫ້ນັບມື້ນັບມີຄຸນນະພາບ ແລະ ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອສ້າງໃຫ້ກອງທັບກາຍເປັນກອງທັບທີ່ມີລະບຽບແບບແຜນທັນ
ສະໄໜ.