ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດກອງປະຊຸມມອບໝາຍໜ້າທີ່ກະກຽມນັກກີລາເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 28 ຕຸລາ ນີ້, ຢູ່ຫ້ອງປະຊຸມ ກົມໃຫຍ່ເສນາທິການ ກອງທັບ ໄດ້ຈັດກອງປະອມມອບໝາຍໜ້າທີ່ກະກຽມນັກກີລາຂອງ ກະຊວງປ້ອງກັນປະເທດ ເພື່ອເຂົ້າຮ່ວມ
ແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງ ຊຽງຂວາງ ເປັນເຈົ້າພາບ, ຈັດຂຶ້ນໃນລະຫວ່າງ ວັນທີ 22 ມີນາ- 1 ພຶດສະພາ 2020 ນີ້, ໂດຍການເປັນ ປະ
ທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ, ມີຫົວໜ້າກົມ-ຮອງກົມພ້ອມດ້ວຍ
ຄະນະຮັບຜິດຊອບ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າ ກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງ ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ ແລະ ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ທີ່ມອບໃຫ້ກົມອົບຮົມ, ກົມໃຫຍ່ເສນາທິການ ກອງທັບ ຮັບຜິດຊອບການກະກຽມນັກກີລາກະຊວງປ້ອງກັນປະ
ເທດ ເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ຢູ່ ແຂວງ ຊຽງຂວາງ ເປັນເຈົ້າພາບ, ຄະນະກົມອົບຮົມ ກໍໄດ້ມີການຄັດເລືອກນັກກີລາ ແລະ ສ້າງແຜນການແຕ່ລະ
ດ້ານຢ່າງລະອຽດ ເປັນຕົ້ນແມ່ນ ການສ້າງແຜນການຫັດແອບນັກກີລາ, ແຕ່ງຕັ້ງປະທານ ຄະນະຮັບຜິດຊອບ ແລະ ຊີ້ນໍານັກກີລາ, ແຕ່ງຕັ້ງຜູ້ຈັດການທີມ ແລະ ຄູເຝິກຮັບ
ຜິດຊອບຫັດແອບກີລາແຕ່ລະປະເພດ ເພື່ອຮັບປະກັນຄວາມປອດໄພແກ່ນັກກີລາ, ພ້ອມນັ້ນ ຍັງໄດ້ຈັດຕັ້ງກອງປະຊຸມຄະນະວິຊາການ ແລະ ຄູເຝິກຮັບຜິດຊອບແຕ່ລະປະ
ເພດກີລາ ເພື່ອໃຫ້ເຊື່ອມຊຶມໜ້າທີ່ຂອງຕົນເອງ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ເພື່ອປຶກສາຫາລືປະເພດກີລາທີ່ມີຄວາມພ້ອມ, ເລັ່ງໃສ່ປະເພດທີ່ມີຄວາມຫວັງໄດ້ ຫຼຽນ ເຊິ່ງ
ການເຂົ້າຮ່ວມແຂ່ງຂັນໃນນີ້ກອງທັບໄດ້ວາງຄາດໝາຍໄວ້ຄື: ຫຼຽນຄໍາ 55 ຫຼຽນ, ຫຼຽນເງິນ 46 ຫຼຽນ ແລະ ຫຼຽນທອງ 41 ຫຼຽນ ເຊິ່ງ ກະຊວງປ້ອງກັນປະເທດ ກຽມສົ່ງ
ນັກກີລາເຂົ້າຮ່ວມແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ ໃນຄັ້ງນີ້ມີທັງໝົດ 15 ປະເພດກີລາ ພ້ອມກັບຕັ້ງເປົ້າໄວ້ 1-3 ຂອງ ອັນດັບຫຼຽນລາງວັນ.

     ສໍາລັບງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ປີ 2020 ນີ້ໄດ້ບັນຈຸກີລາແຂ່ງຂັນທັງໝົດ 28 ປະເພດກີລາ ເພື່ອຊິງຫຼຽນທັງໝົດ 3.100 ຫຼຽນ, ( ຫຼຽນຄໍາ917 ຫຼຽນ,
ຫຼຽນເງິນ 917 ຫຼຽນ ແລະ ຫຼຽນທອງແດງ 1.266 ຫຼຽນ.) ສະເພາະກີລາ ກະຊວງປ້ອງກັນປະເທດ ມີຄວາມສາມາດສຸມໃສ່ກີລາດ່ຽວ ( ປະເພດສ່ວນບຸກ ຄົນ ) ສາມາດ
ລົງແຂ່ງຂັນໄດ້ຫຼາຍລາຍການ ແລະ ບາງປະເພດກີລາລວມໝູ່ທີ່ມີຄວາມຫວັງໄດ້ຫຼຽນຄໍາ, ສ່ວນປະເພດໃດ ທີ່ບໍ່ມີຄວາມຫວັງຫຼຽນກໍຈະບໍ່ໄດ້ສົ່ງເຂົ້າຮ່ວມໃນຄັ້ງນີ້.

     ໃນຕອນທ້າຍກອງປະຊຸມ ສະຫາຍ ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ໄດ້ໃຫ້ການໂອ້ລົມ ແລະ ເນັ້ນໃຫ້ ຄະນະຮັບຜິດຊອບທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນ
ຮ່ວມປະກອບຄໍາຄິດເຫັນປຶກສາຫາລືໃສ່ເນື້ອໃນຮ່າງຂໍ້ຕົກລົງ ແລະ ແຜນການດັ່ງກ່າວຢ່າງກົງໄປກົງມາ ເພື່ອໃຫ້ວຽກງານແຜນການຈັດຕັ້ງກະກຽມມີຄວາມ ພ້ອມຫຼາຍ
ດ້ານກ່ອນຈະສົ່ງນັກກີລາເຂົ້າຮ່ວມ ແລະ ໄດ້ຊີ້ນໍາ ຄະນະຮັບຜິດຊອບແຕ່ລະຂັ້ນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ແລະ ເຝິກແອບນັກກີລາໃຫ້ໄດ້ຕາມຄາດໝາຍຍາດໄດ້
ຜົນງານໂດດເດັ່ນເປັນໃບໜ້າຂອງກະຊວງປ້ອງກັນປະເທດ ຈາກການເຂົ້າຮ່ວມ ງານມະຫະກຳກີລາແຫ່ງຊາດ ຄັ້ງນີ້.