
ວປກ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII

  
     ໃນວັນທີ  23 ກັນຍາ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ  ພົມວິຫານ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນ ເທື່ອທີ  9 ຂອງສະພາແຫ່ງ
    ຊາດຊຸດທີ VIII ໃຫ້ພະນັກງານຫຼັກແຫຼ່ງຂອງຕົນ, ໂດຍການເປັນປະທານຂອງ ສະຫາຍ  ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນ
    ປະເທດ, ຫົວໜ້າການເມືອງ ວປກ, ພ້ອມ  ດ້ວຍຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຕະຫຼອດ
    ຮອດພະນັກງານຫຼັກແຫຼ່ງທົ່ວ ວປກ  ເຂົ້າຮ່ວມ.
     ໂອກາດດັ່ງກ່າວ, ຄະນະນຳວິ ທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານມະຕິກອງປະຊຸມສະພາແຫ່ງຊາດ
    ເລກ  ທີ  01/ກມສພ, ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ເດືອນ,
  ຄາດຄະເນ 6 ເດືອນ ຕົ້ນປີ  2020 ແລະ ການ ດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ  2020, ມະຕິກອງປະຊຸມສະພາແຫ່ງຊາດເລກ
  ທີ 02/ກມສພ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2020 ແລະ  ການ ສະເໜີດັດແກ້ງົບ
  ປະມານແຫ່ງຊາດປະຈຳປີ 2020 ມະຕິເລກທີ 111/ກມສພ, ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບ ການໃໝ່, ມະຕິເລກທີ
  112/ກມສພ, ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ, ມະຕິ ເລກທີ  108/ກມສພ, ວ່າດ້ວຍວຽກງານແນວໂຮມ ແລະ
  ວຽກງານມະຫາຊົນຂອງພັກໃນໄລ ຍະໃໝ່, ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງເຊື່ອມຊຶມ, ຮັບຮູ້, ເຂົ້າໃຈເລິກເຊິ່ງ
  ກ່ຽວກັບມະຕິກອງປະຊຸມສະໄໝສາມັນເທື່ອ  ທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII.
     ຕອນທ້າຍ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້ແຕ່ລະ ສະຫາຍ ເອົາໃຈໃສ່ສຶກສາ ຄົ້ນຄວ້າຍົກສູງຄຸນທາດການເມືອງ, ພັດທະນາ
    ຍົກລະດັບຄວາມຮູ້, ຄວາມສາມາດຕົນເອງຢ່າງບໍ່ຢຸດຢັ້ງ, ນຳເອົາເອກະສານ ທີ່ເຜີຍແຜ່ໃນຄັ້ງນີ້ໄປສຶກສາຄົ້ນຄວ້າຕື່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນຳ
  ເອົາເນື້ອໃນຈິດໃຈ ດັ່ງກ່າວໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ.