
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ IV

    ພົນເອກ ຈັນສະໝອນ ຈັນຍາລາດ  ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຄັ້ງທີ 8 ສະໄໝທີ IV
     ວັນທີ 26 ກໍລະກົດ 2019,  ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ IV
    ເພື່ອສະຫຼຸບຕີລາຄາການນຳພາວຽກງານໃນ 6 ເດຶອນຕົ້ນປີ ແລະ  ກຳນົດທິດທາງຈຸດສຸມໃນການນຳພາໃນ 6 ເດືອນທ້າຍປີ 2019 ໂດຍການເປັນປະທານ ຂອງ ສະຫາຍ
    ພົນເອກ ຈັນສະໝອນ  ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກກະ
    ຊວງປ້ອງກັນປະເທດເຂົ້າຮ່ວມ.
     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ, ກໍຄືຄະ
    ນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ ພວກເຮົາສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ເປັນຕົ້ນແມ່ນສຸມໃສ່ຊີ້
    ນໍາ-ນໍາພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງ ແລະ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານເຂົ້າສູ່ວຽກງານຕົວຈິງຂອງ
    ບັນດາກົມກອງໃນກຳລັງຫຼວງ-ກຳລັງທ້ອງຖິ່ນ, ສາມາດຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ງານບຸນ, ກອງປະຊຸມສໍາຄັນຕ່າງໆນັບທັງລະດັບສາກົນ ແລະ ລະດັບ
    ຊາດ, ເປັນຕົ້ນແມ່ນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII,
    ທັງສາມາດເຮັດໃຫ້ສະພາບທົ່ວປະເທດມີຄວາມສະຫງົບ. ຈາກນັ້ນປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍພ້ອມກັນຄົ້ນຄວ້າຕີລາ  ຄາສະພາບການຈັດຕັ້ງ
    ຊີ້ນໍາ-ນໍາພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ພົ້ນເດັ່ນ, ອັນທ່ີເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ
    ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງກັບສະພາບການ ແລະ ຮັບປະກັນໃຫ້ການກໍານົດແຜນວຽກຈຸດສຸມໃນຕໍ່ໜ້າແທດເໝາະກັບສະ ພາບແວດລ້ອມຕົວຈິງຂອງກອງ
    ທັບ ແລະ ຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດໃນໄລຍະທ້າຍສະໄໝໃຫ້ເປັນຂະບວນຟົດຟື້ນ, ແຂງ
    ແຮງ, ຕໍ່ເນື່ອງ, ເຮັດໃຫ້ວຽກງານຈຸດສຸມມີການຫັນປ່ຽນດີຂຶ້ນກວ່າເກົ່າ ແລະ ເກີດໝາກເກີດຜົນຕົວຈິງ.