ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ລາວ-ຮັດ​ເຊຍ ປິດ​ການ​ຮ່ວມ​ມື​ວຽກ​ງານ ກວດ​ກູ້
​ແລະ ທຳລາຍລະ​ເບີດ​ບໍ່​ທັນແຕກ ​ເພື່ອ​ມະນຸດສະທຳ


     ພິທີປິດ ການຮ່ວມມືວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງກອງທັບ ປະຊາຊົນລາວ ແລະ ກະຊວງປ້ອງກັນ
ປະເທດ ແຫ່ງ ສ.ຣັດເຊຍ ໄດ້ຈັດຂຶ້ນ ໃນວັນທີ 27 ມີນາ 2022 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ
ລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ກາລີນິນ ວະລາດີເມຍ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ຣັດເຊຍ
ປະຈຳ ສປປ ລາວ, ຄະນະນຳ ຈາກກະຊວງປ້ອງກັນປະເທດ, ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ຄະນະນຳແຂວງຄຳມ່ວນ,
ຊຽງຂວາງ, ບໍລິຄຳໄຊ ແລະ ເມືອງນາກາຍ, ພ້ອມດ້ວຍແຂກຖືກເຊີນ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

     ໃນໂອກາດນີ້, ຄະນະນຳ ທັງສອງຝ່າຍ ລາວ-ຣັດເຊຍ ໄດ້ໄປສະໜາມທຳລາຍລະເບີດ ແລະ ສະໜາມກວດກູ້ລະເບີດ ເພື່ອຮັບຟັງ ການລາຍງານ ຈາກ
ຄະນະກວດກູ້ ແລະ ທຳລາຍລະເບີດ ຂອງສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ. ຈາກນັ້ນ, ໃນພິທີ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງ
ຫົວຫນ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳ ການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ໄດ້ລາຍງານ ໃຫ້ຮູ້ວ່າ: ຂອບເຂດພື້ນທີ່ກວດ
ກູ້ ແລະ ທໍາລາຍລະເບີດ ບໍ່ທັນແຕກ ທີ່ສອງກໍາລັງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ປະຕິບັດ ໃນໄລຍະຜ່ານມາ ເຊີ່ງນອນຢູ່ໃນແຜນພັດທະນາ
ເສດຖະກິດ-ສັງຄົມ ຂອງລັດຖະບານ 70% ໃນນັ້ນເປັນກຳມະສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເຊິ່ງມີເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດກະສິກຳ, ປຸກສ້າງ
ບ້ານເຮືອນ, ໂຮງຮຽນ, ໂຮງໝໍ ແລະ ກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ເຊິ່ງເນື້ອທີ່ທັງໝົດນັ້ນ ແມ່ນມາຈາກຜົນກະທົບ ຈາກສົງຄາມ
ເຊິ່ງມີລະເບີດບໍ່ທັນແຕກຕົກຄ້າງ, ມີສະເກັດລະເບີດ ເປັນຈຳນວນຫຼວງຫຼາຍ ຈຶ່ງຈຳເປັນຕ້ອງໄດ້ດຳເນີນການກວດກູ້ ແລະ ທຳລາຍລະເບີດກ່ອນ ການນໍາ
ໃຊ້ ເຊິ່ງໃນໄລຍະ 4 ປີຜ່ານມາກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ໄດ້ຈັດຕັ້ງຊ່ຽວຊານ ແລະ ພະນັກງານ, ວິຊາການນຳເອົາ ເຄື່ອງຈັກກວດກູ້ລະເບີດ
ແລະ ອຸປະກອນທໍາລາຍລະເບີດ ມາຊ່ວຍເຫຼືອ ສປປ ລາວ ດັ່ງນັ້ນຈຶ່ງ ໄດ້ດຳເນີນການກວດກູ້ລະເບີດ ອອກຈາກພື້ນທີ່ ທີ່ໄດ້ຮັບຜົນກະທົບໃນ 3 ແຂວງ
(ຄຳມ່ວນ, ຊຽງຂວາງ , ບໍລິຄຳໄຊ) ເວົ້າລວມ ເວົ້າສະເພາະ ເມືອງນາກາຍ ແຂວງຄຳມ່ວນ ສາມາດກວດກູ້ລະເບີດບໍ່ທັນແຕກຢູ່ສະໜາມ ເທດສະບານ
ເມືອງນາກາຍ ໄດ້ 25 ເຮັກຕາ, ທໍາລາຍລະເບີດໄດ້ ທັງໝົດ 91 ໜ່ວຍ ໃນນີ້ລະເບີດ ບົ່ມບີ້ 51 ໜ່ວຍ, ໂບມ 500 ປອນ 1 ໜ່ວຍ, ສະເກັດລະເບີດ
ຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆ 1.402 ສິ້ນສ່ວນໃນໄລຍະ 4 ປີ ຜ່ານມາ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ຮ່ວມມືກັນກວດກູ້ລະ
ເບີດ ແລະ ທຳລາຍລະເບີດ ອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ ປຸກສ້າງ ຕ່າງໆຈາກ 3 ແຂວງ ໄດ້ທັງໝົດ 142 ເຮັກຕາ, ກວດກູ້ ແລະ ທຳລາຍ
ລະເບີດ ທັງໝົດ 2.314 ໜ່ວຍ, ບົ່ມບີ້ 490 ໜ່ວຍ, ບົ່ມໃຫຍ່ 3 ໜ່ວຍ ແລະ ລະເບີດບໍ່ທັນແຕກ ຊະນິດຕ່າງໆໄດ້ 1.821 ໜ່ວຍ. ພ້ອມນີ້ ສະຫາຍ
ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງ ແຫ່ງຊາດ ເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ
ໄດ້ຂຶ້ນກ່າວມອບ ພື້ນທີ່ກວດກູ້ລະເບີດ ໃຫ້ເຈົ້າເມືອງ ເມືອງນາກາຍ ໃນເນື້ອທີ່ 23,76 ເຮັກຕາ ເພື່ອນຳໃຊ້ພື້ນທີ່ດັ່ງກ່າວ ເຂົ້າໃນການດຳລົງຊີວິດ ໃຫ້ມີ
ຄວາມປອດໄພ ຈາກລະເບີດທີ່ບໍ່ທັນແຕກ ເຊິ່ງຂຶ້ນກ່າວຮັບ ໂດຍ ສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງ ເມືອງນາກາຍ ແຂວງຄຳມ່ວນ.

     ຈາກນັ້ນກໍໄດ້ມີ ພິທີມອບຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 28 ສະຫາຍ, ມອບຫຼຽນກາມິດຕະພາບກອງທັບ
ປະຊາຊົນລາວ ຈຳນວນ 7 ສະຫາຍ, ມອບຫຼຽນກາມິດຕະພາບ ແຫ່ງ ສ.ຣັດເຊຍ ໃຫ້ພະນັກງານ-ນັກຮົບ ກອງທັບປະຊາຊົນລາວ ຈຳນວນ 24 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໜ່ວຍງານສູນກວດກູ້ມິນສາກົນ ແຫ່ງ ສ.ຣັດເຊຍ
ພ້ອມດ້ວຍ ນາຍ ແລະ ພົນທະຫານ ກອງທັບ ຣັດເຊຍ ທີ່ມາປະຕິບັດໜ້າທີ່ສາກົນຢູ່ລາວ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່
ປາງສົງຄາມ ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ແລະ ກະ
ຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃນຄັ້ງນີ້ ເປັນການປະກອບສ່ວນອັນໃຫຍ່ຫຼວງ ສະແດງເຖິງຄວາມເປັນຫ່ວງ ເປັນໄຍ ຕໍ່ຊີວີດ, ຊັບສິນຂອງປະຊາ
ຊົນລາວ ບັນດາເຜົ່າໃຫ້ຫຼຸດພົ້ນ ຄວາມສ່ຽງອັນຕະລາຍ ຈາກບັນຫາລະເບີດບໍ່ທັນແຕກ, ສະນັ້ນ ຈົ່ງຮ່ວມມືກັນແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກ ໃຫ້
ນັບມື້ໝົດໄປ ບົນຈິດໃຈການເສີມຂະຫຍາຍຄວາມສາມັກຄີ ຮັກແພງທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດ ຮອບດ້ານໃຫ້ເຂົ້າສູ່ລວງເລິກ ເວົ້າ
ລວມ ເວົ້າສະເພາະ ສອງກຳລັງປະກອບອາວຸດ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/03/2022