ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວຄົບຮອບ 64 ປີ

     ວັນທີ 27 ມີນາ 2019 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 64 ປີ (22 ມີນາ 1955-22
ມີນາ 2019) ໂດຍພາຍໃຕ້ການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີບັນດາຄະນະພັກ,
ຄະນະບັນຊາ, ພະແນກການ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

     ໃນໂອກາດປາຖະກະຖາ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້
ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໃນເວລານັ້ນ ການສ້າງຕັ້ງ
ພັກ ປະຊາຊົນ ປະຕິວັດລາວ ແມ່ນມີຄວາມຈຳເປັນພາວະວິໄສທາງດ້ານປະຫວັດສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຂະບວນການຕໍ່ສູ້ຂອງປະຊາຊົນ
ລາວບັນດາເຜົ່າພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນກໍໄດ້ຈັດຕັ້ງຜັນຂະຫຍາຍໃຫ້ມີຄວາມກ້າວໜ້າ ແລະ ເຕີບໃຫຍ່ຂະຫຍາຍ
ຕົວຕາມວິວັດທະນາການທັງປະລິມານ ແລະ ຄຸນນະພາບນັບ ແຕ່ກອງປະຊຸມໃຫຍ່ຄັ້ງທີ I ຈົນ ເຖິງຄັ້ງທີ X ພັກໄດ້ມີການປະຕິບັດເພື່ອປັບປຸງໃຫ້ແທດເໝາະໃນແຕ່ລະໄລ
ຍະຂອງການຈະເລີນເຕີບໂຕຂອງເສດຖະກິດ ແລະ ວັດທະນະທຳສັງຄົມຕາມແນວທາງການນຳພາປະເທດຊາດສູ່ຄວາມສີວິໄລປະຊາຊົນຮັ່ງມີຜາ ສຸກສັງຄົມມີຄວາມປອງ
ດອງຍຸຕິທຳ.

     ຕອນທ້າຍພິທີ ປະທານຍັງໄດ້ຮຽກຮ້ອງບັນດາສະຫາຍຕັ້ງໜ້າປັບປຸງແບບແຜນເຮັດວຽກ ໂດຍຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ມີຫົວຄິດປະ
ດິດສ້າງ, ມີລະບຽບແບບແຜນທີ່ທັນສະໄໝ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພີ່ມທະວີການເປັນເຈົ້າການສ້າງສາພັດທະນາກອງທັບປະຊາຊົນລາວ, ເພີ່ມທະວີການ
ຮ່ວມມືກັບເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນອື່ນໆ, ຍົກສູງຄວາມເປັນເຈົ້າການຂອງຕົນເພື່ອຮັບໃຊ້ກອງທັບປະຊາຊົນລາວ, ເຮັດສຳເລັດທຸກໜ້າທີ່ທີ່ການຈັດ
ຕັ້ງ ແລະ ຂັ້ນເທິງມອບໝາຍໃຫ້ຢ່າງຈົບງາມ.


ພາບລວມພາຍໃນກອງປະຊຸມ