ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ມອບປື້ມໃຫ້ຫໍສະໝຸດກອງທັບ

     ວັນທີ 20 ມັງກອນ 2018 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ນຳເອົາປື້ມຂໍ້ກຳນົດວ່າດ້ວຍສິ່ງແວດລ້ອມ
ກອງທັບ ແລະ ແຜນດຳເນີນງານ 5 ປີ ແຕ່ນີ້ຮອດປີ 2020 ວຽກງານສິ່ງແວດລ້ອມ ພ້ອມດ້ວຍແຜ່ນພັບ ແລະ ປ້າຍໂຄສະນາກ່ຽວກັບສິ່ງແວດລ້ອມ ເປັນ
ກຽດກ່າວມອບໂດຍແມ່ນ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ກ່າວຮັບແມ່ນ ສະຫາຍ
ພັນໂທ ພີມພາ ປັນຍາຮັກ ຫົວໜ້າອຳນວຍການຫໍສະໝຸດກອງທັບ ໂດຍມີວິຊາການກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມ.


ພັນເອກ ສຸລິວັນ ແສງຈັນ ມອບປື້ມໃຫ້ຫໍສະໝຸດກອງທັບ

     ສະຫາຍ ພັນໂທ ຄຳໄຊ ຊະນີແກ້ວ ຮອງຫົວໜ້າພະແນກວິທະຍາສາດເຕັກໂນໂລຢີ ແລະ ສິ່ງແວດລ້ອມ ກ່າວວ່າປື້ມທີ່ມາມອບຄັ້ງນີ້ມີຂໍ້ກຳນົດວ່າດ້ວຍ
ສິ່ງແວດລ້ອມຂອງກອງທັບຈຳນວນ 10 ກວ່າຫົວ, ແຜນດຳເນີນງານແຕ່ປີ 2015-2020, ມີແຜ່ນພັບ ແລະ ປ້າຍໂຄສະນາ ລວມມູນຄ່າ 1 ລ້ານ 8 ແສນ
ກີບ ເພື່ອໃຫ້ຫໍສະໝຸດກອງທັບນຳໄປຈັດຕັ້ງໂຄສະນາຊ່ວຍກັນ ເພື່ອໃຫ້ມີການຈັດຕັ້ງ ແລະ ນຳໃຊ້ແບບຍືນຍົງ ເຊິ່ງເຫັນວ່າຫໍສະໝຸດກອງທັບແມ່ນກົມ
ກອງໜື່ງທີ່ມີທີ່ຕັ້ງ, ພາລະບົດບາດກວ້າງຂວາງເໝາະສົມສຳລັບການສຶກສາຄົ້ນຄວ້າ ເພື່ອເຮັດໃຫ້ວຽກງານສິ່ງແວດລ້ອມປະກົດຜົນເປັນຈິງ.

     ສະຫາຍຫົວໜ້າອຳນວຍການຫໍສະໝຸດກອງທັບ ໄດ້ມີຄຳເຫັນສະແດງຄວາມຂອບໃຈຕໍ່ການມາຊຸກຍູ້ຊ່ວຍເຫຼືອປື້ມໃຫ້ຫໍສະໝຸດຄັ້ງນີ້ ເປັນການປະ
ກອບສ່ວນຊັບສົມບັດອັນລ້ຳຄ່າເຂົ້າຫໍສະໝຸດ ໃນຕະຫຼອດໄລຍະຜ່ານມາກົມວິທະຍາສາດ ກໍ່ຊ່ວຍເຫຼືອເບີກຈ່າຍວາລະສານໃຫ້ທຸກໄຕມາດຄັ້ງລະ 5 ຫົວ
ເຊິ່ງເປັນການພົວພັນຮ່ວມມືອັນດີ ແລະ ຫວັງວ່າຈະສືບຕໍ່ຊ່ວຍເຫຼືອກັນຕະຫຼອດໄປ.