ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ
ຕ້ອນຮັບການເຂົ້າພົບປະຂອງເອກອັກຄະລັດຖະທູດ ສ ອິນໂດເນເຊຍ ແລະ ສ ອິນເດຍ


     ໃນວັນທີ 27 ຕຸລາ 2021 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ສປປ ລາວ
ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ທ່ານ ປາຕິໂຕ້ ໂຊຮາໂຢ ເອກອັກຄະລັດຖະທູດ ສ ອິນໂດເນເຊຍ ປະຈຳ ສປປ ລາວ ການເຂົ້າພົບປະ
ຄັ້ງນີ້, ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັນກັນໃນເດືອນທັນວາປີ 2019 ພ້ອມທັງສົ່ງ ເສີມການຮ່ວມ
ມືດ້ານວຽກງານປ້ອງກັນຊາດຂອງສອງປະເທດ ລາວ-ອິນໂດເນເຊຍ, ອິນໂດເນເຊຍ-ລາວ ແລະ ບັນຫາອື່ນໆອີກທີ່ສອງຝ່າຍຕ້ອງໄດ້ປະຕິບັດຮ່ວມກັນໃນ
ຕໍ່ໜ້າໃຫ້ບັນລຸຜົນຍິ່ງໆຂຶ້ນ.

     ໂອກາດນີີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ປາຕິໂຕ້ ໂຊຮາໂຢ ທີ່ເຂົ້າພົບປະໃນຄັ້ງນີ້,
ເຊີ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ເພີ່ມທະວີສາຍພົວພັວຮ່ວມມືລະຫວ່າງສອງປະເທດ ກໍຄື
ສອງກະຊວງປ້ອງກັນປະເທດ ລາວ-ອິນໂດເນເຊຍ, ອິນໂດເນເຊຍ-ລາວ ໃຫ້ເກີດດອກອອກຜົນຈະເລີນງອກງາມຍິ່ງໆຂຶ້ນ. ໂອກາດດຽວກັນນີ້, ທ່ານ ປາຕິ
ໂຕ້ ໂຊຮາໂຢ ໄດ້ກ່າວຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ທີີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍ
ໄມຕີຈິດມິດຕະພາບ ພ້ອມທັງສະແດງຄວາມຍິນດີນຳທ່ານ ຈັນສະໝອນ ຈັນຍາລາດ ທີ່ໄດ້ຮັບຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ດິນກາ ອັດສຕານາ ເອກ
ອັກຄະລັດຖະທູດ ສ ອິເດຍ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍລະຫວ່າງ ລາວ-ອິນເດຍ, ວຽກງານດ້ານເຝິກອົບຮົມ
ແລະ ສົ່ງພະນັກງານໄປເຝິກ ອົບຮົມຫຼັກສູດຕ່າງໆຢູ່ ສ ອິນເດຍ ທັງນີ້ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືລະ
ຫວ່າງສອງຊາດ ສອງກອງທັບໃຫ້ໝັ້ນຄົງຕະຫລອດໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/10/2021