ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງ
ນາຍທະຫານຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ
ວັນທີ 27 ກັນຍາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ,
ການສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າ
ກອງທັບ ແລະ ແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
ກຳ
ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງ,
ຄະນະນຳບັນດາກົມ
ໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມ-ກອງອ້ອມຂ້າງກະຊວງ, ບັນດານາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ
ຖືກແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານລັດ ຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພົນຕີຂຶ້ນຊັ້ນພົນໂທ, ເລື່ອນຊັ້ນພົນຈັດຕະວາຂຶ້ນຊັ້ນພົນຕີ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເລື່ອນຊັ້ນພັນໂທຂຶ້ນຊັ້ນພັນເອກ, ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ມະຕິຕົກລົງຂອງຄະນະພັກກະຊວງ ປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງ ຕັ້ງຮອງປະທານກວດກາພັກກະຊວງປ້ອງກັນປະເທດ. ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ຄຳລຽງ ອຸທະ ໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນໂທ, ເລື່ອນຊັ້ນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນ ຊັ້ນພົນຕີ, ເລື່ອນຊັ້ນ ສະຫາຍ ພັນໂທ ວິພາໄຊ ຈັນທະມາດ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ມຽນມາ, ສະຫາຍ ພັນໂທ ໄຊມະນີ ອິນທະວົງ ທີ່ ປຶກສາທູດປ້ອງກັນຊາດລາວ ປະຈຳ ສປ ຈີນ ແລະ ສະຫາຍ ພັນໂທ ສຸລິວັນ ອິນທະວອນ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສ ເກົ່າຫຼີ ຂຶ້ນຊັ້ນພັນເອກ, ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ຫົວໜ້າກົມກວດກາກະ ຊວງປ້ອງກັນປະເທດ ເປັນຮອງປະທານກວດກາພັກກະຊວງປ້ອງກັນປະເທດ ( ປ່ຽນແທນ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍົກຍ້າຍໄປຮັບໜ້າທີ່ໃໝ່ ). ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ( ທຽບເທົ່າກອງພົນ ) ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ. ໃນ ນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຫົວໜ້າການທະຫານ, ສະຫາຍ ພັນເອກ ປອ ສະແຫວງ ແດນ ນາມົນ ເປັນຫົວໜ້າການເມືອງ, ສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການ ເມືອງ, ສະຫາຍ ພັນໂທ ສັງ ທອງ ສຸກສີສະຫວາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງ ການສຶກສາ, ສະຫາຍ ພັນເອກ ວັນໄຊ ວົງປັນຍາ ເປັນຮອງອຳນວຍການ ຮັບ ຜິດຊອບວຽກງານພະລາທິການ-ເຕັກນິກ ທັງເປັນຫົວໜ້າຫ້ອງພະລາທິການ-ເຕັກນິກ. ນອກນັ້ນ, ຍັງແຕ່ງຕັ້ງຫົວໜ້າຫ້ອງການ-ບໍລິຫານ ແລະ ບັນດາຮອງ ຫ້ອງອີກຈຳນວນໜຶ່ງ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການ ເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດວາງອອກໃຫ້ເປັນແຜນວຽກອັນລະອຽດໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນຳພາຈັດຕັ້ງປະຕິບັດໃຫ້ເກີດໝາກ ຜົນຕົວຈິງ, ຮັກສາຄວາມສາມັກຄີພາຍໃນເປັນປຶກແຜ່ນ, ປະຕິບັດແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຈິງໃຈຊ່ວຍເຫຼືອ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫຼື ໂຍນຄວາມ ຮັບຜິດຊອບໃຫ້ກັນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ອຸທິດຄວາມຮູ້, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງ ຕົນຮັບໃຊ້ປະເທດຊາດ, ຍົກສູງຄວາມຮັບຜິດ ຊອບການເມືອງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບມີຄວາມເດັ່ນ ຊັດຂຶ້ນຢ່າງຈະແຈ້ງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມກອງໃຫ້ດີ ໄປຄວບຄູ່ກັບການເອົາໃຈໃສ່ດຳເນີນຊີວິດການເມືອງແຕ່ລະໄລຍະເປັນປົກກະຕິ, ຖືເອົາການຕຳນິຕິຊົມກໍ່ສ້າງເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ຕຳນິກັນເພື່ອຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ສ້າງແບບແຜນ ດຳລົງຊີວິດທີ່ປອດໃສຂາວສະອາດ, ເຄື່ອນໄຫວໃກ້ຊິດຕິດແທດກັບມະຫາຊົນ ແລະ ການຈັດຕັ້ງກົມກອງຂອງຕົນຢູ່ສະເໝີ, ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງພະ ນັກງານໃຫ້ຖືກກັບທິດນຳ ແລະ ຫຼັກການຂອງພັກ, ກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ໃຫ້ບັນລຸຄາດໝາຍທີ່ຄະນະພັກກະຊວງວາງອອກ ພ້ອມກັນນຳພາກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ມີແບບແຜນແລະທັນສະໄໝ.
ແຫຼ່ງທີ່ມາ: ເພັດ ສົມນໍວັນ
ວັນທີ 28/09/2022