ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການຕິດຕັັ້ງ-ນຳໃຊ້ລະບົບບັນທຶກຂໍ້ມູນຮູບພາບທາງການແພດ
ລະຫວ່າງໂຮງໝໍ 108 ຫວຽດນາມ ແລະໂຮງໝໍ 103 ກອງທັບ

     ວັນທີ 23 ກັນຍາ 2021, ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບ-ຮັບ ໂຄງການຕິດຕັັ້ງ ແລະ ນຳໃຊ້ການແພດທາງໄກ (Telemedicine)
ແລະ ລະບົບບັນທຶກຂໍ້ມູນຮູບພາບທາງການແພດ (DICOM) ໄລຍະ 03 ຂອງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ມອບໃຫ້ໂຮງໝໍສູນ
ກາງ 103 ກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວ
ໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ຜູ້ຕາງໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ,
ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ຫງວຽນ ກວາງ ຮວັນ ຫົວໜ້າພະແນກເຕັກໂນໂລຊີ, ກົມເສນາພະລາ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ
ຕາງໜ້າກົມ ສະເໜີຈຸດປະສົງ ຂອງໂຄງການ ຕິດຕັ້ງລະບົບເຄື່ອງປະຊຸມທາງໄກ (Telemedicine), ຕິດຕັ້ງລະບົບເຄື່ອງບົ່ງມະຕິອາການຄົນເຈັບໃນຫ້ອງ
ປາດ ແລະ ຫ້ອງບົົ່ງມະຕິສຸກເສີນ (DICOM) ຫຼື ລະບົບເຄື່ອງບົົ່ງມະຕິຮູບພາບ (PACS) ລວມມູນຄ່າປະມານ 15 ຕື້ດົງ (ສະກຸນເງິນຫວຽດນາມ).

     ໂຄງການດັ່ງກ່າວເລີ່ມເຊັນສັນຍາ ແຕ່ປີ 2019 ຈົນມາຮອດ ປີ 2021 ຈຶ່ງສໍາເລັດ ແລະ ສາມາດນໍາໃຊ້ໄດ້. ການປະຕິບັດໂຄງການໄດ້ແກ່ຍາວເວລາ
ຫລາຍພໍສົມຄວນ ສາເຫດຍ້ອນການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19, ພ້ອມດຽວກັນນັ້ນຍັງໄດ້ຈັດເຝິກອົບຮົມແນະນໍາວິທີການນໍາໃຊ້ໃຫ້ບັນດາ
ທ່ານໝໍ ແລະ ພະນັກງານວິຊາການຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ, ຈາກນັ້ນ
ກໍໄດ້ມອບ-ຮັບ ແລະ ເຊັນບົດບັນທຶກຮ່ວມກັນຢ່າງເປັນທາງການ ເຊິ່ງກ່າວມອບໂດຍ ສະຫາຍ ຫົວໜ້າພະແນກເຕັກໂນໂລຊີ, ກົມເສນາພະລາ, ກົມໃຫຍ່
ພະລາທິການກອງທັບປະຊາຊົນຫວຽດນາມ ໃນນາມຕາງໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ
ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ.

     ໂອກາດນີ້ ສະຫາຍປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຄວາມພະຍາຍາມຕັ້ງໃຈໃນການຊ່ວຍເຫຼືອລ້າຂອງກົມໃຫຍ່
ພະລາທິການກອງທັບປະຊາຊົນຫວຽດນາມເຂົ້າໃນວຽກງານການແພດໃຫ້ກອງທັບປະຊາຊົນລາວ ກໍຄື ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ
ລະຫວ່າງ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ເວົ້າລວມ-ເວົ້າສະເພາະ ກໍຄື ສອງໂຮງໝໍສູນກາງກອງທັບ ຫວຽດນາມ-ລາວ ແລະ ຍົກໃຫ້ເຫັນ
ເຖິງຄວາມໝາຍຄວາມສຳຄັນຂອງວຽກງານການແພດ ຂອງສອງໂຮງໝໍສູນກາງກອງທັບ ລາວ-ຫວຽດນາມ ຫັນເຂົ້າສູ່ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ
ແລະ ວ່ອງໄວໃນການເກັບກຳຂໍ້ມູນດ້ານວຽກງານວິຊາສະເພາະຂອງການແພດໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ມີປະສິດທິຜົນສູງ ທັນກັບສະພາບການ
ໃນປັດຈຸບັນ ແລະ ຕໍ່ໜ້າ ໂຄງການດັ່ງກ່າວແມ່ນສາມາດເຊື່ອມໂຍງກັນຜ່ານລະບົບ Telemedicine ຂອງສອງໂຮງໝໍສູນກາງກອງທັບ ລາວ-ຫວຽດນາມ
ນັບວ່າເປັນລະບົບໜື່ງທີ່ບໍ່ເຄີຍມີມາກ່ອນ ແລະ ຫວັງຢ່າງຍີ່ງວ່າຈະໄດ້ຮັບການຊ່ວຍເຫຼືອໃນຄັ້ງຕໍ່ໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/09/2021