
ຂະແໜງຊາວໜຸ່ມ ກົມ ວສ- ປສ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ

      ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ  ກົມວິທະຍາສາດ-ປະຫວັດສາດ ການທະຫານ
  
     ວັນທີ 24 ກັນຍານີ້, ຂະແໜງຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ- ປສ) ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ
    ເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2017-2020 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ, ມີຄະນະ
  ພະແນກການ ແລະ ສະ ມາຊິກຊາວໜຸ່ມເຂົ້າຮ່ວມ.
     ສະຫາຍ ຮ້ອຍເອກ ຈັນທະວົງ ພະພິທັກ ຫົວໜ້າ  ຂະແໜງຊາວໜຸ່ມ ໄດ້ສະຫຼຸບຕີລາຄາຜ່ານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປິ່ນອ້ອມ
    ໜ້າທີ່ການເມືອງຂອງກົມກອງ  ໃນໄລຍະຜ່ານມາເຫັນວ່າ: ສະມາຊິກຊາວໜຸ່ມມີແນວຄິດການເມືອງ ໜັກແໜ້ນ, ເປັນເຈົ້າການໃນການປະຕິບັດໜ້າທີ່ວິຊາ
  ສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ນອກຈາກວຽກງານວິຊາສະເພາະ ແລະ ທາງຂະແໜງຊາວໜຸ່ມຍັງໄດ້ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່າ
  ນັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບກໍຄືຂອງຊາວໜຸ່ມ ເຮັດໃຫ້ກົມກອງມີຂະບວນການຟົດຟື້ນເປັນປົກກະຕິ, ໃນນີ້, ໄດ້ເຂົ້າຮ່ວມ
  ຮັບຟັງປາຖະກະຖາວັນສຳຄັນຕ່າງໆ 15 ຄັ້ງ, ເຂົ້າຊົມຫໍພິພິທະພັນປະທານ  ໄກສອນພົມວິຫານ 4 ຄັ້ງ, ເຂົ້າຮ່ວມເຝິກອົບຮົມວຽກງານຊາວໜຸ່ມທົ່ວກອງ
  ທັບ 2 ຄັ້ງ, ປະກອບສ່ວນແຮງງານຊ່ວຍຄອບຄົວການນຳ, ໄປຢ້ຽມຢາມພະນັກງານ ເຈັບເປັນ-ເກີດລູກ, ຄົບງັນເຮືອນດີ, ເຮືອນບຸນ, ເຮືອນດອງລວມທັງ
  ໝົດ 38 ຄັ້ງ, ເຂົ້າຮ່ວມບໍລິຈາກເລືອດໃຫ້ອົງການກາແດງ 4 ຄັ້ງ, ເຂົ້າຮ່ວມການແຂ່ງຂັນກີລາເປຕັງຊິງຂັນ ລັດຖະມົນຕີ  ກະຊວງປ້ອງກັນປະເທດ ສາມາດ
  ຍາດໄດ້ລາງ ວັນທີ 3 ພ້ອມຂັນ 1 ໜ່ວຍ, ເຂົ້າຮ່ວມ ແຂ່ງຂັນກີລາບານສົ່ງຍິງຊີງຂັນ ລັດຖະມົນຕີ  ກະຊວງສຶກສາທິການ ແລະ ກີລາສາມາດຍາດໄດ້ລາງ
  ວັນຊະນະເລີດ, ໄດ້ຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວພາຍໃນກົມ 2 ຄັ້ງ, ພ້ອມກັນນັ້ນ, ກໍໄດ້ປຸກລະດົມຊຸກຍູ້ສະມາຊິກຊາວໜຸ່ມສ້າງລາຍຮັບເຂົ້າ
  ຈຸ-ໜ່ວຍຂອງຕົນ ແລະ ສ້າງລາຍໄດ້ ໃຫ້ແກ່ຄອບຄົວເພື່ອປັບປຸງຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ, ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ
  ໃນໄລຍະຜ່ານ ມາສາມາດຕີລາຄາຜົນໄດ້ຮັບຄື: ຂະແໜງຊາວໜຸ່ມກົມ ວສ-ປສ ການທະຫານ ໄດ້ຮັບການການຢັ້ງຢືນເປັນ  ຂະແໜງຊາວໜຸ່ມນໍາໜ້າ 4
  ບຸກ ຈໍານວນສະມາຊິກຊາວໜຸ່ມໄດ້ຮັບໃບຢັ້ງຢືນນໍາໜ້າ 4 ບຸກຂັ້ນ  ກະຊວງປ້ອງກັນປະເທດ ມີ 90 ສະຫາຍ, ຂັ້ນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
  101 ສະຫາຍ ແລະ ໄດ້ຮັບໃບຍ້ອງຍໍຈໍານວນ 12 ສະຫາຍ.