ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໂຮງຮຽນທົ່ວກອງທັບ ຄັ້ງທີ III


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ປະທານກອງປະຊຸມ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານໂຮງຮຽນທົ່ວກອງທັບ ຄັ້ງທີ III ໄດ້ຈັດຂຶ້ນໃນ ວັນທີ 27 ສິງຫາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸ
ວອນ ເລືອງບຸນມີ ກຳມະການສູນການພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກກະຊວງ-ຄະນະພັກກົມໃຫຍ່,
ຄະນະອຳນວຍການວິທະຍາຄານ, ກອງພົນ, ກອງບັນຊາການທະຫານ ແຂວງເຂົ້າຮ່ວມ.

     ສະຫາຍ ພັນເອກ ຄຳຕາ ວົງວັນດີ ຫົວໜ້າ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນສະພາບລວມຂອງການຈັດຕັ້ງປະຕິບັດແຜນພັດທະນາວຽກ
ງານໂຮງຮຽນ ປະຈຳສົກ 2016-2020 ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກກົມໃຫຍ່ເສນາທິການກອງທັບແຕ່ຂັ້ນກະຊວງ
ລົງຮອດບັນດາວິທະຍາຄານ, ໂຮງຮຽນ, ສູນເຝິກ ແລະ ກົມກອງທ້ອງຖິ່ນເອົາໃຈໃສ່ຈັດຕັ້ງຜັນ ຂະຫຍາຍບັນດານະໂຍບາຍ, ຍຸດທະສາດ, ຄາດໝາຍ ແລະ ວຽກ ງານຈຸດ
ສຸມທີ່ກຳນົດຢູ່ໃນແຜນຍຸດທະສາດພັດທະນາວຽກງານໂຮງຮຽນທົ່ວກອງທັບ ໂດຍສະເພາະແຜນການປັບປຸງຄຸນນະພາບການຮຽນ-ການສອນ, ແຜນປັບປຸງລະບົບວິທະຍາ
ຄານ ແລະ ໂຮງຮຽນໃຫ້ເຂົ້າສູ່ລະບົບ ພ້ອມທັງຮັບປະກັນໃຫ້ຜົນການຮຽນຂອງນັກຮຽນ-ນັກສຶກສາ ໄດ້ຮັບການປັບປຸງດີຂຶ້ນ, ຍົກສູງຄຸນນະພາບຂອງການຮຽນ-ການສອນ
ໃນຂັ້ນພື້ນຖານທາງການທະຫານ ແລະ ວິຊາສະເພາະໃຫ້ດີຂຶ້ນ. ໂດຍເນັ້ນໃສ່ການກໍ່ສ້າງຜູ້ນຳພາ-ບັນຊາກໍ່ສ້າງນາຍສິບ, ວິຊາສະເພາະຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ, ແລະ ປະ
ລິນຍາຕີ ເພື່ອ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງກອງທັບ, ສ້າງຄວາມເຂັ້ມແຂງໃຫ້ແກ່ການກໍ່ສ້າງກຳລັງໃນກອງທັບ ແລະ ລະບົບການຊີ້ນຳ-
ນຳພາການຄຸ້ມຄອງວຽກງານໂຮງຮຽນໃນແຕ່ລະຂັ້ນໃຫ້ນັບມື້ດີຂຶ້ນ. ສັງລວມແລ້ວພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາຢູ່ບັນດາວິທະຍາຄານ, ໂຮງຮຽນ, ສູນເຝິກ
ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ຂອງກອງທັບມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ສາມາດເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບ
ໝາຍໃຫ້. ນອກນີ້ຍັງໄດ້ຈັດຕັ້ງປະຕິບັດວຽກງານຂອງແຕ່ລະແຜນງານ ໂດຍສະເພາະແຜນງານກໍ່ສ້າງ ແລະ ຂະຫຍາຍລະບົບໂຮງຮຽນ ຕາມແຜນການທີ່ວາງໄວ້ຮອດປີ
2020 ຈະໃຫ້ໄດ້ມີການສ້າງຕັ້ງໂຮງຮຽນໃຫ້ໄດ້ອີກ 7 ແຫ່ງ ແຕ່ຮອດປັດຈຸບັນນີ້ສຳເລັດການກໍ່ສ້າງໂຮງຮຽນທະຫານຊາຍແດນ ແລະ ໂຮງຮຽນທິດສະດີການເມືອງ, ແຜນ
ການປັບປຸງລະບົບໂຮງຮຽນສຳເລັດການແຍກວິທະຍາຄານບັນຊາ-ເສນາອອກເປັນ ວິທະຍາຄານພະລາທິການ ແລະ ໄດ້ຍ້າຍວິທະຍາຄານບັນຊາ-ເສນາ ຮ່ວມກັບວິທະຍາ
ຄານປ້ອງກັນຊາດ, ຍົກລະດັບວິທະຍາໄລແພດ 105 ເປັນວິທະຍາຄານການແພດ ປັບປຸງໂຮງຮຽນການທະຫານທ້ອງຖິ່ນ ໃຫ້ສາມາດກໍ່ສ້າງນາຍສິບທະຫານຮາບ ແລະ
ເຝິກອົບຮົມທະຫານໃໝ່ໄດ້ແລ້ວທັງໝົດ 15 ແຂວງ ແລະ ນະຄອນຫຼວງ, ແຜນການປັບປຸງການຮຽນ-ການສອນ ສຳເລັດການສ້າງຫຼັກສູດອົບຮົມການທະຫານໃຫ້ແກ່ນັກ
ຮຽນທີ່ຮຽນຈົບວິຊາສະເພາະມາ ແຕ່ເບື້ອງລັດ, ສ້າງຫຼັກສູດກໍ່ສ້າງປະລິນຍາຕີການແພດ, ສ້າງຫຼັກສູດບໍາລຸງພະນັກງານບັນຊາ-ນຳພາຂັ້ນກອງພັນ, ກອງຮ້ອຍລະບົບ 3
ເດືອນ, 6 ເດືອນ ສ້າງຫຼັກສູດ ບໍາລຸງພະນັກງານເສນາພະລາ ລະບົບ 5 ເດືອນ, ສ້າງຫຼັກສູດກ່ໍສ້າງພະນັກງານເສນາ-ພະລາ ກອງພັນໃຫຍ່, ກອງພົນລະບົບ 2 ປີ ແລະ ສ້າງ
ຫຼັກສູດກໍ່ສ້າງພະນັກງານກະສິກຳຊັ້ນສູງລະບົບ 3 ປີ, ຫຼັກສູດກໍ່ສ້າງພາສາຣັດເຊຍ ຊັ້ນສູງ ລະບົບ 3 ປີ, ຫຼັກສູດກໍ່ ສ້າງພະນັກງານສ້ອມແປງເຕັກນິກລົດໂອໂຕ ແລະ ຍຸດ
ໂທປະລິນຍາຕີ 5 ປີ, ຫຼັກສູດກໍ່ສ້າງນາຍສິບ ທະຫານຊາຍແດນ ລະບົບ 1 ປີ, ຫຼັກສູດບຳລຸງພະນັກງານເສນາ ລະບົບ 6 ເດືອນ, ຫຼັກສູດສ້ອມແປງຍຸດໂທຊັ້ນຕົນຂອງກົມ
ໃຫຍ່ເຕັກນິກ ລະບົບ 6 ເດືອນ, ປັບປຸງຫຼັກສູດຂັບລົດ ແລະ ກໍ່ສ້າງນາຍສິບຊ່າງແສງໄດ້ສຳເລັດຕາມແຜນການ, ວຽກງານຄຸ້ມຄອງໃບປະກາສະນີຍະບັດ ໄດ້ຄົ້ນຄວ້າ ສ້າງ
ຂໍ້ກຳນົດວ່າດ້ວຍການຄຸ້ມຄອງໃບປະກາສະນີຍະບັດຢູ່ຂັ້ນກໍ່ສ້າງນາຍສິບນັບແຕ່ປີ 2018 ເປັນຕົ້ນມາບັນດາໂຮງຮຽນ ແລະ ສູນເຝິກຈຳນວນຫຼາຍໄດ້ຂຶ້ນມາລົງທະບຽນ
ຢູ່ນຳກົມໂຮງຮຽນ, ວຽກງານກໍ່ສ້າງ ແລະ ບຳລຸງຄູ ທົ່ວກອງທັບມີຫ້ອງຮຽນກໍ່ສ້າງຄູ 1 ຫ້ອງ. ເຊິ່ງຫຼັກສູດນີ້ເນັ້ນໃສ່ສ້າງຄູໃຫ້ແກ່ໂຮງຮຽນກໍ່ສ້າງນາຍສິບເລກ 1 ແລະ 2,
ບັນດາ ໂຮງຮຽນການທະຫານທ້ອງຖິ່ນ ແລະ ສູນເຝິກກອງພົນ. ນອກຈາກນີ້, ຍັງໄດ້ໄປບຳລຸງຢູ່ ສສ ຫວຽດນາມ ແລະ ສປ ຈີນ ຕື່ມອີກ, ວຽກງານກໍ່ສ້າງ ແລະ ຄຸມຄອງ
ນັກຮຽນໄດ້ມີຫຼັກສູດລະບົບບຳລຸງວັດທະນະທຳເບື້ອງລັດຫຼືເອີ້ນ ວ່າການສຶກສານອກໂຮງຮຽນ ສອນຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 1, ການບຳລຸງວັດທະນະທຳ ແນໃສ່
ຕອບສະໜອງໃຫ້ແກ່ນາຍ ແລະ ພົນທະຫານທີ່ພາດໂອກາດທາງການສຶກສາຢູ່ບັນດາກົມກອງຕ່າງໆໃນທົ່ວກອງທັບໄດ້ມີໂອກາດເຂົ້າມາສຶກສາຕໍ່ ເພື່ອໃຫ້ມີໂອກາດຮຽນ
ຈົບຊັ້ນມັດທະຍົມຕອນປາຍໄປຄຽງຄູ່ກັບລະບົບບຳລຸງ. ນອກນີ້ຍັງໄດ້ສ້າງ ມໍ 6 ແລະ ມໍ 7 ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊຕື່ມອີກ.

     ກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດວຽກງານໂຮງຮຽນໃນໄລຍະຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້
ມີການຫັນປ່ຽນຢ່າງຕັ້ງໜ້າ, ພ້ອມກັນນັ້ນຈະໄດ້ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ໃນການຈັດຕັ້ງປະຕິບັດໃນປີ 2021-2025 ພ້ອມກັນ
ຊອກໃຫ້ເຫັນບັນຫາຕີລາຄາສະພາບການໃຫ້ຖືກຕ້ອງຢ່າງພາວະວິໄສ ເພື່ອຮັບປະກັນໃຫ້ແກ່ການກຳນົດທິດທາງວຽກງານຈຸດສຸມໃນປີ 2021-2025 ໃຫ້ແທດເໝາະກັບ
ສະພາບຕົວຈິງຂອງກອງທັບ. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.