ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 4 ສະໄໝທີ V
ສະຫາຍ ພົນເອກຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະພັກ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 4 ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2022 ນີ້, ໂດຍການເປັນ
ປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີກະຊວງປ້ອງກັນປະເທດ, ມີສະຫາຍ ຮອງເລຂາຄະນະເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະພັກກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານບົດສະ
ຫຼຸບໃນໄລຍະ 6 ເດືອນ ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງ
ປະຕິບັດແນວທາງຂອງພັກ ແລະ ວຽກງານຈຸດສຸມທີ່ຄະນະພັກ ກະຊວງປ້ອງກັນປະເທດ, ເປັນຕົ້ນແມ່ນນໍາພາ-ຊີ້ນໍາການຈັດຕັ້ງຜັນຂະຫຍາຍມະຕິກອງປະ
ຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດ ເຂົ້າສູ່ຕົວຈິງຂອງກົມກອງ-ທ້ອງຖິ່ນສາມາດ
ຮັບປະກັນເຮັດໃຫ້ຂອບເຂດທົ່ວປະເທດ ມີຄວາມສະຫງົບ ໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງໜັກແໜ້ນ, ການຈັດ
ຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນແມ່ນບັນລຸໝາກຜົນສູງ,
ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ,
ການປັບປຸງກໍ່ສ້າງ ກອງທັບມີຫຼາຍດ້ານດີຂຶ້ນກວ່າເກົ່າ, ແຕ່ຍັງມີບາງວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕື່ມ ໂດຍສະເພາະການພັດທະນາເສດຖະກິດ-
ສັງຄົມແຫ່ງຊາດ ເວົ້າລວມເວົ້າສະເພາະ ກໍ່ຄືການປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝ.
ສະນັ້ນ, ໃນການຄົ້ນຄວ້າເນື້ອໃນກອງປະຊຸມຄັ້ງນີ້ ໄດ້ມີຄວາມເປັນເອກະພາບໃນການຕີລາຄາສະພາບການນຳພາ-ບັນຊາ, ຕ້ອງມີຄວາມຮັບຜິດຊອບ
ໃນການເບິ່ງບັນຫາໃຫ້ຖືກຕ້ອງພາວະວິໄສ, ຍົກໃຫ້ເຫັນບັນຫາທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງດ້ານຕ່າງໆ ຕ້ອງໄດ້ຮັບການແກ້ໄຂ
ໃຫ້ຂາດຕົວ, ເປັນຕົ້ນແມ່ນການແກ້ໄຂບັນຫາຕົວຈິງທາງດ້ານການເມືອງ-ແນວຄິດ, ທັດສະນະຫຼັກໝັ້ນ, ແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີ
ວິດທີ່ຖືກຕ້ອງ, ຮັບປະກັນການກຳນົດແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມໃນຕົວຈິງ ຂອງກອງທັບ, ຍູ້ແຮງການຈັດຕັ້ງປະຕິ
ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກ ກະຊວງປ້ອງກັນປະເທດດ້ວຍຈິດໃຈບຸກທະລຸໃຫ້ມີການຫັນປ່ຽນຢ່າງຕັ້ງໝ້າດີຂຶ້ນກ່າວເກົ່າ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນຊີ້ນຳຕື່ມໃຫ້ສຸມໃສ່ນຳພາ-ຊີ້ນໍາວຽກງານຮັບປະກັນເຮັດໃຫ້ປະເທດມີສະຖຽນ
ລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,
ມະຕິກອງປະຊຸມໃຫຍ່ ຄັ້ງທີ V ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸຂອງ ກະຊວງປ້ອງກັນປະເທດໃຫ້ເປັນອັນລະອຽດ, ແທດເໝາະ
ກັບໜ້າທີ່ການເມືອງຂອງແຕ່ລະກົມກອງ, ສຸມໃສ່ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານວ່າດ້ວຍການແກ້ໄຂບັນຫາເສດ
ຖະກິດ, ການເງິນ ແລະ ບັນຫາຢາເສບຕິດໃຫ້ຂາດຕົວ, ຍົກສູງວຽກງານການອົບຮົມຫັດແອບການເມືອງ, ການທະການ, ພະລາທິການ-ເຕັກນິກ ແລະ ວິ
ຊາສະເພາະເຫຼົ່າຮົບຕ່າງໆ ໃຫ້ຊໍານິຊໍານານຄ່ອງແຄ້ວ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສ້າງພະລາທິການກັບ
ທີ່ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກຳຂັ້ນກະຊວງ, ບັນດາກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໃຫ້ດີຂຶ້ນ,
ພ້ອມນັ້ນກໍໄດ້ເຊື່ອມຊຶມ, ກຳແໜ້ນແນວທາງການຕ່າງປະເທດຂອງພັກ ໃນໄລຍະໃໝ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອ້າຍນ້ອງ, ເພື່ອນ
ມິດຍຸດທະສາດ ເພື່ອຍາດແຍງເອົາທຶນຮອນມາສ້າງສາພັດທະນາກອງທັບ ໃຫ້ກາຍເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/07/2022