ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສໍາ​ເລັດ​ການ​ດຳ​ເນີນ​ກອງ​ປະຊຸມ​ວຽກງານ​ຈັດ​ຕັ້ງກໍ່ສ້າງ​ພັກ-ພະນັກງານ ທົ່ວ​ກອງ​ທັບ​ຄັ້ງ​ທີ VI


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນ​ປະທານ

     ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ, ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VI ໄດ້ປິດລົງໃນ ວັນທີ 25 ມີນາ
2022 ນີ້, ໂດຍການເປັນກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ.

     ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບໃນນາມ
ປະທານກອງປະຊຸມ ໄດ້ສະຫຼຸບສັງລວມຜ່ານການດໍາເນີນກອງປະຊຸມ ໄລຍະ 2 ວັນຜ່ານມາ, ຕະຫຼອດໄລຍະດໍາເນີນກອງປະຊຸມ ບັນດາຜູ້ແທນ ໄດ້ພ້ອມ
ກັນຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ ເຂົ້າໃນການຕິດຕາມຮັບຟັງ ບັນດາເອກະສານ ທີ່ໄດ້ນໍາມາສະເໜີລາຍງານ, ໄດ້ຄົ້ນຄວ້າປະກອບຄໍາຄິດ
ເຫັນຕໍ່ໝາກຜົນແຫ່ງການຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຈຸດອ່ອນຄົງຄ້າງ
ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແຕ່ລະດ້ານ ແລະ ວິທີການຈັດຕັ້ງປະຕິວັດວຽກງານດັ່ງກ່າວ ໃນຊຸມປີຕໍ່ໜ້າ
ຢ່າງສົມເຫດສົມຜົນ.

     ການດຳເນີນກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ສືບຕໍ່ປະຕິບັດແນວທາງການຈັດຕັ້ງ ຂອງພັກ
ເພື່ອແນໃສ່ຍົກສູງຄວາມສາມາດການນໍາພາ ແລະ ລັກສະນະນໍາໜ້າ ຂອງພັກຕໍ່ໜ້າທີ່ວຽກງານ ໃນຊຸມປີຕໍ່ໜ້າ, ບັນຫາທີ່ເປັນໃຈກາງຂອງການສ້າງການຫັນ
ປ່ຽນໃໝ່ ແມ່ນການແກ້ໄຂສິ່ງທ້າທາຍຕໍ່ບົດບາດການນໍາພາຂອງພັກ, ໂດຍສະເພາະແມ່ນການແກ້ໄຂບັນຫາທີ່ອຸດຕັນ, ກົດໜ່ວງ, ອາດຍາສິດ, ການສໍ້ລາດ
ບັງຫຼວງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກົງຈັກການນໍາພາ-ບັນຊາ ກໍຄືໃນຖັນແຖວສະມາຊິກພັກ-ພະນັກງານ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາ
ຫາລືຢ່າງເລິກເຊິ່ງ ໃນທິດທາງຄາດໝາຍສູ້ຊົນ ຊຸມປີຕໍ່ໜ້າ, ໄດ້ຕີລາຄາຢ່າງຖືກຕ້ອງກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ
ໃນຊຸມປີຜ່ານມາ, ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ ໃຫ້ເປັນຮູບປະທໍາຕົວຈິງ, ໃນຊຸມປີຕໍ່ໜ້າຈະຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນ ແລະ
ຜັນຂະຫຍາຍ, ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍສູ້ຊົນທີ່ກອງປະຊຸມ ໄດ້ຄົ້ນຄວ້າເປັນເອກະພາບ, ຫັນເປັນໂຄງການ, ມະຕິນໍາພາອັນລະອຽດຂອງ
ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິວ່າດ້ວຍເພີ່ມທະວີການນໍາພາຂອງ
ພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງໃນວຽກງານ ພະນັກງານ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານຈັດຕັ້ງ, ກໍ່
ສ້າງພັກ- ພະນັກງານໃນທົ່ວກອງທັບຄັ້ງນີ້ໃຫ້ເກີດໝາກຜົນຕົວຈິງ, ສືບຕໍ່ເພີ່ມທະວີການນໍາພາ-ບັນຊາ ແລະ ລັກສະນະເປັນແບບຢ່າງນໍາໜ້າຂອງຄະນະພັກ-
ຄະນະບັນຊາ ແຕ່ລະຂັ້ນໃນທົ່ວກອງທັບ, ເອົາໃຈໃສ່ຊີ້ນໍາອົງການທີ່ເປັນເສນາທິການວຽກງານຈັດຕັ້ງພັກ-ພະນັກງານ ໃຫ້ສາມາດເປັນເສນາທິການທີ່ເຂັ້ມ
ແຂງໜັກແໜ້ນ ໃຫ້ແກ່ຄະນະພັກຂັ້ນຕົນ, ເພີ່ມທະວີການປະສານສົມທົບ ບັນດາອົງການທີ່ເປັນເສນາທິການດ້ວຍກັນ ແລະ ອົງການກ່ຽວຂ້ອງອື່ນໆ ລະ
ຫວ່າງຂັ້ນກະຊວງ ແລະ ກົມກອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ມີຄວາມສອດຄ່ອງ ແລະ ມີປະ
ສິດທິຜົນສູງ.

     ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມດັ່ງກ່າວ, ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນຕໍ່ຂົງເຂດວຽກງານ
ກໍ່ສ້າງພັກ-ພະນັກງານ ໃນທົ່ວກອງທັບ ຍົກໃຫ້ເຫັນຜົນສໍາເລັດ ທີ່ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສາມາດຍາດມາໄດ້ ແລະ ບັນຫາທີ່ຍັງຄົງຄ້າງຈະຕ້ອງ
ໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ລວມທັງບັນຫາທີ່ສົ່ງຜົນກະທົບໂດຍກົງຕໍ່ວຽກງານກໍ່ສ້າງພັກ-ພະນັກງານ, ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນ
ຊານັບແຕ່ ກະຊວງລົງຮອດກົມກອງທ້ອງຖິ່ນຄົ້ນຄວ້າກໍາແໜ້ນທິດສະດີ ມາກ-ເລນິນ, ມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກອງທັບ, ເອົາໃຈໃສ່
ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວເຖິງ, ສືບຕໍ່ປັບປຸງການຈັດຕັ້ງພັກແຕ່ລະຂັ້ນໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ຢືດໝັ້ນຫຼັກການ
ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະ ເສີມຂະຫຍາຍແບບແຜນນໍາພາທີ່ເປັນມູນເຊື້ອຂອງພັກເຮົາ, ພ້ອມກັນນັ້ນ, ກໍຕ້ອງ
ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນນິຕິກຳກ່ຽວກັບການສ້າງແຜນກຳນົດພະນັກງານໃຫ້ເປັນລະບົບຄົບຊຸດ, ເອົາໃຈໃສ່ການສ້າງພະນັກງານກັບທີ່ເປັນຕົ້ນຕໍ ແລະ
ສົ່ງໄປສ້າງຢູ່ກົມກອງທ້ອງຖິ່ນຈໍານວນໜຶ່ງ, ຫັນເອົາວຽກງານຄຸ້ມຄອງພະນັກງານເຂົ້າສູ່ລະບົບທັນສະໄໝເທື່ອລະກ້າວ ແລະ ສອດຄ່ອງກັບການຂະຫຍາຍຕົວ
ຂອງກອງທັບເຮົາ, ປັບປຸງກົນໄກ ແລະ ລະບຽບການກວດກາຕີລາຄາພະນັກງານໃຫ້ ຖືກຕ້ອງພາວະວິໄສ, ສືບຕໍ່ຄົ້ນ ຄວ້າປັບປຸງກໍ່ສ້າງໃໝ່ກົງຈັກ ການຈັດ
ຕັ້ງຂອງບາງເຫຼົ່າຮົບ ທີ່ຈໍາເປັນໃຫ້ແທດເໝາະກັບສະ ພາບການໃໝ່, ເອົາໃຈໃສ່ສຶກສາອົບຮົມກໍ່ສ້າງ ແລະ ນໍາໃຊ້ບັນດາການຈັດຕັ້ງມະຫາຊົນຂອງພັກ ໃຫ້
ກາຍເປັນກຳລັງແຮງຂອງພັກຢ່າງແທ້ຈິງ ແລະ ເອົາໃຈໃສ່ຊີ້ນໍາວຽກງານປ້ອງກັນພາຍໃນ, ວຽກງານກວດກາພັກ, ວຽກງານໄອຍະການ ແລະ ສານທະຫານ
ໃຫ້ເຄື່ອນໄຫວຕາມພາລະບົດບາດຢ່າງມີປະສິດທິຜົນ. ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະຜູ້ແທນກອງປະຊຸມ ຈົ່ງຮີບຮ້ອນນໍາເອົາເນື້ອໃນມະຕິກອງປະຊຸມ
ຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ຄະນະພັກ, ພະນັກງານທີ່ເຮັດວຽກງານພັກ-ພະນັກງານຕະຫຼອດຮອດພະນັກ ງານສະມາຊິກພັກພາຍໃນກົມກອງ ໄດ້ຮັບຮູ້ເຊື່ອມ
ຊຶມຢ່າງເລິກເຊິ່ງ ແລະ ທົ່ວເຖິງເຮັດໃຫ້ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານນັບມື້ມີບົດບາດ ແລະ ເປັນຂະບວນການກວ້າງຂວາງ, ປະກອບສ່ວນອັນສໍາ
ຄັນເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງໃຫ້ປອດໃສເຂັ້ມແຂງໜັກ ແໜ້ນ, ມີລະບຽບແບບແຜນ ແລະ ທັນສະໄໝ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/03/2022