ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກທະຫານແຂວງເຊກອງ ສໍາເລັດກອງປະຊຸມເປີດກວ້າງຄັ້ງທີ 8 ສະໄໝທີ IV


ພົນຈັດຕະວາ ສົມທອງ ດອນກັນນ້ອຍ ເປັນປະທານກອງປະຊຸມເປີດກວ້າງຄັ້ງທີ 8 ສະໄໝທີ IV
ຂອງອົງຄະນະພັກ ກອງບັນຊາການທະຫານແຂວງເຊກອງ

     ກອງປະຊຸມເປີດກວ້າງຄັ້ງທີ 8 ສະໄໝທີ IV ຂອງອົງຄະນະພັກ ກອງບັນຊາການທະຫານແຂວງເຊກອງໄດ້ສໍາເລັດລົງໃນວັນທີ 22 ມີນາ 2019 ນີ້, ໂດຍການເປັນປະ
ທານຂອງສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ກຳມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ
ເຊກອງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາການຈາກອົງການ 5 ຫ້ອງ, 4 ກອງບັນຊາການທະຫານເມືອງ, ພະແນກການ ແລະ
ກົມກອງຂຶ້ນກັບເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຕີລາຄາຄືນຕໍ່ການຊີ້ນໍາ-ນຳພາວຽກງານປ້ອງກັນຊາດ ປະຈຳປີ 2018 ແລະ ທິດທາງແຜນການສູ້ຊົນປີ 2019,
ຍົກໃຫ້ເຫັນດ້ານດີທີ່ຈະຕ້ອງເສີມຂະຫຍາຍ, ຂໍ້ຄົງຄ້າງ ແລະ ວິທີການທີ່ແກ້ໄຂໃນສະເພາະໜ້າ, ພ້ອມກັນນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດ-ຄຳເຫັນ
ແລະ ໄດ້ເອກະພາບຢ່າງສົມບູນຕໍ່ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການສູ້ຊົນ, ປະຕິບັດບັນ ດາເນື້ອໃນມະຕິຄຳສັ່ງຂອງພັກ ໂດຍເລັ່ງໃສ່ວຽກງານກໍ່ສ້າງພັກ-ກໍ່ສ້າງ
ພະນັກງານຖືເອົາຄຸນນະພາບເປັນຫຼັກ, ເຮັດໃຫ້ພະນັກງານສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເປັນແບບຢ່າງໃນທຸກໆຂະບວນການວຽກງານ, ສ້າງຄວາມໄວ້
ເນື້ອເຊື່ອໝັ້ນຈາກມະຫາຊົນເປັນຢ່າງດີ, ສ້າງໜ່ວຍພັກ-ສະມາຊິກພັກໃຫ້ມີຄວາມເຂັ້ມເເຂງ ແລະ ໜັກແໜ້ນ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນຍາດມາໄດ້ໃນຊຸມປີຜ່ານມາ ເຊິ່ງເຮັດໃຫ້ກົມກອງ
ມີອັນພົ້ນເດັ່ນຫຼາຍດ້ານ ແລະ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຈົ່ງຍົກສູງຄວາມເປັນເຈົ້າການໃນໜ້າທີ່ການເມືອງຂອງພັກ-ລັດ ແລະ ຂອງກົມກອງ
ທ້ອງຖິ່ນ, ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ, ຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດ, ຕິດພັນກັບການປັບປຸງກໍ່ສ້າງກຳລັງປ້ອງກັນຊາດໃຫ້ມີ
ຄວາມໜັກແໜ້ນເຂັ້ມແຂງຮອບດ້ານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢູ່ເຂດຫ່າງໄກສອກຫຼີກ, ສ້າງທ່າສະໜາມປ້ອງກັນ
ຊາດ, ສ້າງບ້ານກຸ່ມບ້ານປ້ອມໝັ້ນປ້ອງກັນຊາດຕິດລຽນໃຫ້ແຂງແຮງ ແລະ ມີຈຳນວນຫຼາຍເພີ່ມຂຶ້ນ, ແນໃສ່ຮັບປະກັນວຽກງານກຽມພ້ອມສູ້ຮົບເພື່ອປົກປັກຮັກສາເຂດ
ນໍ້າແດນດິນໃຫ້ມີຄວາມສະຫງົບໝັ້ນຄົງ.